ໜັງສືຈາກພຸດທະພົຈນ໌ ອານາປານະສະຕິ
ໜ້າ/ 41
(ຂໍ້ສັງເກດ ສ່ວນໃຫຍ່ເຮົາມັກຈະເຂົ້າໃຈວ່າ ກາຢະຄະຕາສະຕິ ຄື ການພິຈາລະນາອະສຸພະພຽງຢ່າງດຽວເທົ່ານັ້ນ ຫຼື ການຈະເລີນມັກຄະເພື່ອການຫຼຸດພົ້ນ ຈະຕ້ອງຜ່ານການພິຈາລະນາອະສຸພະເສຍກ່ອນ ສະ ເໝີໄປເທົ່ານັ້ນ ໃນພຣະສູຕນີ້ຈຶ່ງເປັນຄໍາຕອບໃຫ້ເຫັນວ່າ ອານາປານະສະຕິ ກໍເປັນກາຢະຄະຕາສະຕິ ແລະສາມາດຈະເລີນມັກຄະໄດ້ ຈົນເຖິງວິມຸດຕິຫຼຸດພົ້ນໄດ້ໂດຍກົງ ດັ່ງໃນພຣະສູຕອື່ນໆທີ່ພຣະອົງຕຣັດໄວ້ໃນເຫຼັ້ມນີ້ ນອກຈາກນັ້ນ ກາຢະຄະຕາສະຕິ ຍັງມີຄວາມໝາຍອີກຫຼາຍນັຍ ເຊັ່ນ ໝາຍເຖິງ ການຈະເລີນຊານໜຶ່ງເຖິງຊານສີ່ອີກດ້ວຍ ຜູ້ຮວບຮວມ)
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ອານາປານະສະຕິ
ເປັນເຫດໃຫ້ເຖິງນິບພານ ໐໗
- ບາລີ ເອກ. ອັງ. ໒໐/໓໙-໔໐/໑໗໙-໑໘໐.
ພິກຂຸທັງຫຼາຍ ! ທັມຢ່າງໜຶ່ງ ອັນບຸກຄົນຈະເລີນແລ້ວເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອຄວາມເບື່ອໜ່າຍໂດຍສ່ວນດຽວ ເພື່ອຄາຍກໍາໜັດ ເພື່ອຄວາມດັບ ເພື່ອຄວາມສະງົບເພື່ອຄວາມຮູ້ຍິ່ງ ເພື່ອຄວາມຕຣັສຮູ້ ເພື່ອນິບພານ.
ທັມຢ່າງໜຶ່ງ ຄືອັນໃດ ?
ຄື... ອານາປານະສະຕິ ...
ພິກຂຸທັງຫຼາຍ ! ທັມຢ່າງໜຶ່ງນີ້ແລ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອຄວາມເບື່ອໜ່າຍໂດຍສ່ວນດຽວ ເພື່ອຄາຍກໍາໜັດ ເພື່ອຄວາມດັບ ເພື່ອຄວາມສະງົບ ເພື່ອຄວາມຮູ້ຍິ່ງ ເພື່ອຄວາມຕຣັສຮູ້ ເພື່ອນິບພານ.
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ອານາປານະສະຕິສະມາທິ
ເປັນເຫດໃຫ້ລະສັງໂຍຊນ໌ໄດ້ ໐໘
- ບາລີ ມຫາວາຣ. ສັງ. ໑໙/໔໒໖-໔໒໗/໑໔໐໖-໑໔໐໗.
ພິກຂຸທັງຫຼາຍ ! ອານາປານະສະຕິສະມາທິ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ເປັນໄປເພື່ອການລະສັງໂຍຊນ໌ທັງຫຼາຍ.
ພິກຂຸທັງຫຼາຍ ! ອານາປານະສະຕິສະມາທິ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ແນວໃດໜໍ ຈຶ່ງເປັນໄປເພື່ອການລະສັງໂຍຊນ໌ທັງຫຼາຍ ?
ພິກຂຸທັງຫຼາຍ ! ໃນກໍລະນີນີ້ ພິກຂຸໄປແລ້ວສູ່ປ່າ ຫຼືເຫງົ້າໄມ້ ຫຼືເຮືອນວ່າງກໍຕາມ ນັ່ງຄູ້ຂາເຂົ້າມາໂດຍຮອບ ຕັ້ງກາຍຕົງ ດໍາລົງສະຕິສະເພາະໜ້າ ເຂົານັ້ນມີສະຕິຫາຍໃຈເຂົ້າ ມີສະຕິຫາຍໃຈອອກ
ເມື່ອຫາຍໃຈເຂົ້າຍາວ ກໍຮູ້ແຈ້ງວ່າ ເຮົາຫາຍໃຈເຂົ້າຍາວ ເມື່ອຫາຍໃຈອອກຍາວ ກໍຮູ້ແຈ້ງວ່າ ເຮົາຫາຍໃຈອອກຍາວ
ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ແຈ້ງວ່າ ເຮົາຫາຍໃຈເຂົ້າສັ້ັ້ນເມື່ອຫາຍໃຈອອກສັ້ນ ກໍຮູ້ແຈ້ງວ່າ ເຮົາຫາຍໃຈອອກສັ້ນ
ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
(ແຕ່ນີ້ໄດ້ຕຣັດໄວ້ແນວດຽວກັນ ເຊິ່ງເໝືອນໃນໜ້າ ໑-໔ ທຸກປະການ).
ພິກຂຸທັງຫຼາຍ ! ອານາປານະສະຕິສະມາທິ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ດັ່ງນີ້ແລ ຍ່ອມເປັນໄປເພື່ອການລະສັງໂຍຊນ໌ທັງຫຼາຍ.
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ອານາປານະສະຕິສະມາທິ
ສາມາດກໍາຈັດເສຍໄດ້ເຊິ່ງອະນຸໄສ ໐໙
- ບາລີ ມຫາວາຣ. ສັງ. ໑໙/໔໒໖/໑໔໐໘.
ພິກຂຸທັງຫຼາຍ ! ອານາປານະສະຕິສະມາທິ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອການກໍາຈັດເສຍເຊິ່ງອະນຸໄສ.
ພິກຂຸທັງຫຼາຍ ! ອານາປານະສະຕິສະມາທິ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ແນວໃດໜໍ ຈຶ່ງເປັນໄປເພື່ອການກໍາຈັດເສຍເຊິ່ງອະນຸໄສ ?
ພິກຂຸທັງຫຼາຍ ! ໃນກໍລະນີນີ້ ພິກຂຸໄປແລ້ວສູ່ປ່າ ຫຼືເຫງົ້າໄມ້ ຫຼືເຮືອນວ່າງກໍຕາມ ນັ່ງຄູ້ຂາເຂົ້າມາໂດຍຮອບ ຕັ້ງກາຍຕົງ ດໍາລົງສະຕິສະເພາະໜ້າ ເຂົານັ້ນມີສະຕິຫາຍໃຈເຂົ້າ ມີສະຕິຫາຍໃຈອອກ
ເມື່ອຫາຍໃຈເຂົ້າຍາວ ກໍຮູ້ແຈ້ງວ່າ ເຮົາຫາຍໃຈເຂົ້າຍາວ ເມື່ອຫາຍໃຈອອກຍາວ ກໍຮູ້ແຈ້ງວ່າ ເຮົາຫາຍໃຈອອກຍາວ
ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ແຈ້ງວ່າ ເຮົາຫາຍໃຈເຂົ້າສັ້ັ້ນເມື່ອຫາຍໃຈອອກສັ້ນ ກໍຮູ້ແຈ້ງວ່າ ເຮົາຫາຍໃຈອອກສັ້ນ
ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
(ແຕ່ນີ້ໄດ້ຕຣັດໄວ້ແນວດຽວກັນ ເຊິ່ງເໝືອນໃນໜ້າ ໑-໔ ທຸກປະການ).
ພິກຂຸທັງຫຼາຍ ! ອານາປານະສະຕິສະມາທິ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ດັ່ງນີ້ແລ ຍ່ອມເປັນໄປເພື່ອການກໍາຈັດອະນຸໄສ.








