ໜັງສືຈາກພຸດທະພົຈນ໌ ອານາປານະສະຕິ

ໜ້າ/ 41

ເກີດຂຶ້ນແກ່ພິກຂຸ ຜູ້ມີຄວາມພຽນອັນປາຣົບແລ້ວ ສະໄໝນັ້ນ ປີຕິສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ ສະໄໝນັ້ນ ພິກຂຸຊື່ວ່າ ຍ່ອມຈະເລີນປີຕິສັມໂພຊຊົງຄ໌ ສະໄໝນັ້ນ ປີຕິສັມໂພຊຊົງຄ໌ຂອງພິກຂຸ ຊື່ວ່າເຖິງຄວາມເຕັມຮອບແຫ່ງການຈະເລີນ.

ພິກຂຸນັ້ນ ເມື່ອມີໃຈປະກອບດ້ວຍປີຕິ ແມ່ນກາຍກໍລະງັບ ແມ່ນຈິຕກໍລະງັບ. ພິກຂຸທັງຫຼາຍ ! ສະໄໝໃດ ທັງກາຍແລະທັງຈິຕຂອງພິກຂຸຜູ້ມີໃຈປະກອບດ້ວຍປີຕິ ຍ່ອມລະງັບ ສະໄໝນັ້ນ ປັດສັດທິສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ ສະໄໝນັ້ນ ພິກຂຸຊື່ວ່າ ຍ່ອມຈະເລີນປັດສັດທິສັມໂພຊຊົງຄ໌ ສະໄໝນັ້ນ ປັດສັດທິສັມໂພຊຊົງຄ໌ຂອງພິກຂຸ ຊື່ວ່າເຖິງຄວາມເຕັມຮອບແຫ່ງການຈະເລີນ.

ພິກຂຸນັ້ນ ເມື່ອມີກາຍອັນລະງັບແລ້ວ ມີຄວາມສຸຂຢູ່ຈິຕຍ່ອມຕັ້ງໝັ້ນ. ພິກຂຸທັງຫຼາຍ ! ສະໄໝໃດ ຈິຕຂອງພິກຂຸຜູ້ມີກາຍອັນລະງັບແລ້ວ ມີຄວາມສຸຂຢູ່ ຍ່ອມຕັ້ງໝັ້ນ ສະໄໝນັ້ນ ສະມາທິສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ ສະໄໝນັ້ນ ພິກຂຸຊື່ວ່າ ຍ່ອມຈະເລີນສະມາທິສັມໂພຊຊົງຄ໌ ສະໄໝນັ້ນ ສະມາທິສັມໂພຊຊົງຄ໌ຂອງພິກຂຸ ຊື່ວ່າເຖິງຄວາມເຕັມຮອບແຫ່ງການຈະເລີນ.

ພຸດທະວະຈະນະ - ໝວດທັມ

ພິກຂຸນັ້ນ ຍ່ອມເປັນຜູ້ເຂົ້າໄປເພັ່ງສະເພາະເຊິ່ງຈິຕອັນຕັ້ງໝັ້ນແລ້ວເຊັ່ນນັ້ນເປັນຢ່າງດີ. ພິກຂຸທັງຫຼາຍ ! ສະໄໝໃດ ພິກຂຸເປັນຜູ້ເຂົ້າໄປເພັ່ງສະເພາະເຊິ່ງຈິຕອັນຕັ້ງໝັ້ນແລ້ວເຊັ່ນນັ້ນເປັນຢ່າງດີ ສະໄໝນັ້ນ ອຸເປກຂາສັມໂພຊຊົງຄ໌ ກໍເປັນອັນ ວ່າພິກຂຸນັ້ນປາຣົບແລ້ວ ສະໄໝນັ້ນ ພິກຂຸຊື່ວ່າຍ່ອມຈະເລີນອຸເປກຂາສັມໂພຊຊົງຄ໌ ສະໄໝນັ້ນ ອຸເປກຂາສັມໂພຊຊົງຄ໌ຂອງພິກຂຸ ຊື່ວ່າເຖິງຄວາມເຕັມຮອບແຫ່ງການຈະເລີນ.

[ໂພຊຊົງຄ໌ເຈັດ ໝວດເວທະນານຸປັສສະນາ]

ພິກຂຸທັງຫຼາຍ ! ສະໄໝໃດ ພິກຂຸເປັນຜູ້ເຫັນເວທະນາໃນເວທະນາທັງຫຼາຍ ຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະ ຊັນຍະ ມີສະຕິ ນໍາອະພິຊຊາແລະໂທມະນັດໃນໂລກອອກເສຍໄດ້ ສະໄໝນັ້ນ ສະຕິຂອງພິກຂຸຜູ້ເຂົ້າໄປຕັ້ງໄວ້ແລ້ວ ກໍເປັນທໍາມະຊາດບໍ່ລືມຫຼົງ. ພິກຂຸທັງຫຼາຍ ! ສະໄໝໃດ ສະຕິຂອງພິກຂຸຜູ້ເຂົ້າໄປຕັ້ງໄວ້ແລ້ວ ເປັນທໍາມະຊາດບໍ່ລືມຫຼົງ ສະໄໝນັ້ນ ສະຕິສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ ສະໄໝນັ້ນ ພິກຂຸຊື່ວ່າຍ່ອມຈະເລີນສະຕິສັມໂພຊຊົງຄ໌ ສະໄໝນັ້ນ ສະຕິສັມໂພຊຊົງຄ໌ຂອງພິກຂຸຊື່ວ່າເຖິງຄວາມເຕັມຮອບແຫ່ງການຈະເລີນ.

ເປີດທັມທີ່ຖືກປົກປິດ : ອານາປານະສະຕິ

ພິກຂຸນັ້ນ ເມື່ອເປັນຜູ້ມີສະຕິເຊັ່ນນັ້ນຢູ່ ຍ່ອມເຮັດການເລືອກ ຍ່ອມເຮັດການໄຈ້ ຍ່ອມເຮັດການໃຄ່ຄວນເຊິ່ງທັມນັ້ນດ້ວຍປັນຍາ

(ຕໍ່ໄປນີ້ ມີຂໍ້ຄວາມແນວດຽວກັນກັບໃນໂພຊຊົງຄ໌ເຈັດໝວດ ກາຢານຸປັດສະນາ ຈົນຈົບໝວດ).

[ໂພຊຊົງຄ໌ເຈັດ ໝວດຈິຕຕານຸປັສສະນາ]

ພິກຂຸທັງຫຼາຍ ! ສະໄໝໃດ ພິກຂຸເປັນຜູ້ເຫັນຈິຕໃນຈິຕຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິຊຊາແລະໂທມະນັດສະໃນໂລກອອກເສຍໄດ້ ສະໄໝນັ້ນ ສະຕິຂອງພິກຂຸຜູ້ເຂົ້າໄປຕັ້ງໄວ້ແລ້ວ ກໍເປັນທໍາມະຊາດບໍ່ລືມຫຼົງ. ພິກຂຸທັງຫຼາຍ ! ສະໄໝໃດ ສະຕິຂອງພິກຂຸຜູ້ເຂົ້າໄປຕັ້ງໄວ້ແລ້ວ ເປັນທໍາມະຊາດບໍ່ລືມຫຼົງ ສະໄໝນັ້ນ ສະຕິສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ ສະໄໝນັ້ນ ພິກຂຸຊື່ວ່າຍ່ອມຈະເລີນສະຕິສັມໂພຊຊົງຄ໌ ສະໄໝນັ້ນ ສະຕິສັມໂພຊຊົງຄ໌ຂອງພິກຂຸ ຊື່ວ່າເຖິງຄວາມເຕັມຮອບແຫ່ງການຈະເລີນ.

ພິກຂຸນັ້ນ ເມື່ອເປັນຜູ້ມີສະຕິເຊັ່ນນັ້ນຢູ່ ຍ່ອມເຮັດການເລືອກ ຍ່ອມເຮັດການໄຈ້ ຍ່ອມເຮັດການໃຄ່ຄວນເຊິ່ງທັມນັ້ນດ້ວຍປັນຍາ

(ຕໍ່ໄປນີ້ ມີຂໍ້ຄວາມແນວດຽວກັນກັບໃນໂພຊຊົງຄ໌ເຈັດ ໝວດກາຢານຸປັສສະນາ ຈົນຈົບໝວດ).

ພຸດທະວະຈະນະ - ໝວດທັມ

[ໂພຊຊົງຄ໌ເຈັດ ໝວດທັມມານຸປັສສະນາ]

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ