ໜັງສືຈາກພຸດທະພົຈນ໌ ອານາປານະສະຕິ
ໜ້າ/ 41
ຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈໍາ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈໍາ ຫາຍໃຈອອກ”
ຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມຈາງຄາຍຢູ່ເປັນປະຈໍາ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມຈາງຄາຍຢູ່ເປັນປະຈໍາ ຫາຍໃຈອອກ”
ຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມດັບບໍ່ເຫຼືອຢູ່ເປັນປະຈໍາ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມດັບບໍ່ເຫຼືອຢູ່ເປັນປະຈໍາ ຫາຍໃຈອອກ”
ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຫັນເຊິ່ງ
ຄວາມສະລັດຄືນຢູ່ເປັນປະຈໍາ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈໍາ ຫາຍໃຈອອກ”
ພິກຂຸທັງຫຼາຍ ! ສະໄໝນັ້ນ ພິກຂຸນັ້ນຊື່ວ່າ ເປັນຜູ້ເຫັນທັມໃນທັມທັງຫຼາຍຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິຊຊາ ແລະໂທມະນັດສະໃນໂລກອອກເສຍໄດ້.
ພິກຂຸທັງຫຼາຍ ! ພິກຂຸນັ້ນ ເປັນຜູ້ເຂົ້າໄປເພັ່ງສະເພາະເປັນຢ່າງດີແລ້ວ ເພາະເຂົາເຫັນການລະອະພິຊຊາແລະໂທມະນັດສະທັງຫຼາຍຂອງເຂົານັ້ນດ້ວຍປັນຍາ.
ພິກຂຸທັງຫຼາຍ ! ເພາະເຫດນັ້ນ ໃນເລື່ອງນີ້ ພິກຂຸນັ້ນຍ່ອມຊື່ວ່າ ເປັນຜູ້ເຫັນທັມໃນທັມທັງຫຼາຍຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິຊຊາແລະໂທມະນັດສະໃນໂລກອອກເສຍໄດ້.
ພິກຂຸທັງຫຼາຍ ! ອານາປານະສະຕິອັນບຸກຄົນຈະເລີນແລ້ວເຊັ່ນນີ້ ເຮັດໃຫ້ຫຼາຍແລ້ວເຊັ່ນນີ້ ຊື່ວ່າເຮັດສະຕິປັຕຖານ ທັງສີ່ໃຫ້ບໍຣິບູນໄດ້.
ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ໂພຊຊົງຄ໌ບໍຣິບູນ
ເພາະສະຕິປັຕຖານບໍຣິບູນ
ພິກຂຸທັງຫຼາຍ ! ສະຕິປັຕຖານທັງສີ່ ອັນບຸກຄົນຈະເລີນແລ້ວແນວໃດ ເຮັດໃຫ້ຫຼາຍແລ້ວແນວໃດ ຈຶ່ງເຮັດໂພຊຊົງຄ໌ທັງເຈັດໃຫ້ບໍຣິບູນໄດ້ ?
[ໂພຊຊົງຄ໌ເຈັດ ໝວດກາຢານຸປັສສະນາ]
ພິກຂຸທັງຫຼາຍ ! ສະໄໝໃດ ພິກຂຸເປັນຜູ້ເຫັນກາຍໃນກາຍຢູ່ເປັນຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິຊຊາແລະໂທມະນັດສະໃນໂລກອອກເສຍໄດ້ ສະໄໝນັ້ນ ສະຕິຂອງພິກຂຸຜູ້ເຂົ້າໄປຕັ້ງໄວ້ແລ້ວ ກໍເປັນທັມມະຊາດບໍ່ລືມຫຼົງ.
ພິກຂຸທັງຫຼາຍ ! ສະໄໝໃດ ສະຕິຂອງພິກຂຸຜູ້ເຂົ້າໄປຕັ້ງໄວ້ແລ້ວ ເປັນທັມມະຊາດບໍ່ລືມຫຼົງ ສະໄໝນັ້ນ ສະຕິສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ ສະໄໝນັ້ນ ພິກຂຸຊື່ວ່າຍ່ອມຈະເລີນສະຕິສັມໂພຊຊົງຄ໌ ສະໄໝນັ້ນ ສະຕິສັມໂພຊຊົງຄ໌ຂອງພິກຂຸ ຊື່ວ່າເຖິງຄວາມເຕັມຮອບແຫ່ງການຈະເລີນ.
ພຸດທະວະຈະນະ - ໝວດທັມ
ພິກຂຸນັ້ນ ເມື່ອເປັນຜູ້ມີສະຕິເຊັ່ນນັ້ນຢູ່ ຍ່ອມເຮັດການເລືອກ ຍ່ອມເຮັດການໄຈ້ ຍ່ອມເຮັດການໃຄ່ຄວນເຊິ່ງທັມນັ້ນດ້ວຍປັນຍາ. ພິກຂຸທັງຫຼາຍ ! ສະໄໝໃດ ພິກຂຸເປັນຜູ້ມີສະຕິເຊັ່ນນັ້ນຢູ່ ເຮັດການເລືອກໄຈ້ ໃຄ່ຄວນທັມນັ້ນຢູ່ດ້ວຍປັນຍາ ສະໄໝນັ້ນ ທັມມະວິຈະຢະສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ ສະໄໝນັ້ນ ພິກຂຸຊື່ວ່າຍ່ອມຈະເລີນທັມມະວິຈະຢະສັມໂພຊຊົງຄ໌ ສະໄໝນັ້ນ ທັມມະວິຈະຢະສັມໂພຊຊົງຄ໌ຂອງພິກຂຸ ຊື່ວ່າເຖິງຄວາມເຕັມຮອບແຫ່ງການຈະເລີນ.
ພິກຂຸນັ້ນ ເມື່ອເລືອກໄຈ້ ໃຄ່ຄວນຢູ່ເຊິ່ງທັມນັ້ນດ້ວຍປັນຍາ ຄວາມພຽນອັນບໍ່ຢ່ອນຍານ ຊື່ວ່າເປັນທັມອັນພິກຂຸນັ້ນປາຣົບແລ້ວ. ພິກຂຸທັງຫຼາຍ ! ສະໄໝໃດ ຄວາມພຽນບໍ່ຢ່ອນຍານ ອັນພິກຂຸຜູ້ເລືອກໄຈ້ ໃຄ່ຄວນໃນທັມນັ້ນດ້ວຍປັນຍາ ສະໄໝນັ້ນ ວິຣິຢະສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ ສະໄໝນັ້ນ ພິກຂຸຊື່ວ່າຍ່ອມຈະເລີນວິຣິຢະສັມໂພຊຊົງຄ໌ ສະໄໝນັ້ນ ວິຣິຢະສັມໂພຊຊົງຄ໌ຂອງພິກຂຸ ຊື່ວ່າເຖິງຄວາມເຕັມຮອບແຫ່ງການຈະເລີນ.
ພິກຂຸນັ້ນ ເມື່ອມີຄວາມພຽນອັນປາຣົບແລ້ວ ປີຕິອັນເປັນນິຣາມິສ ກໍເກີດຂຶ້ນ. ພິກຂຸທັງຫຼາຍ ! ສະໄໝໃດ ປີຕິອັນເປັນນິຣາມິສ
ເປີດທັມທີ່ຖືກປົກປິດ : ອານາປານະສະຕິ








