ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

91

ທຸກຊົ່ວສິ້ນກາລະນານ ຫຼື ວ່າແມ່ນຫຍັງເມື່ອເຮັດ ຍ່ອມເປັນໄປເພື່ອ

ປະໂຫຍດເກື້ອກູນ ເພື່ອຄວາມສຸກຊົ່ວສິ້ນກາລະນານ ເຂົາຕາຍໄປ

ຈະເຂົ້າເຖິງສຸຄະຕິໂລກສະຫວັນ ເພາະກໍານັ້ນ ອັນເຂົາໃຫ້ພຽບພ້ອມ

ສະມາທານໄວ້ເຊັ່ນນີ້ ຫາກຕາຍໄປ ບໍ່ເຂົ້າເຖິງສຸຄະຕິໂລກສະຫວັນ

ຖ້າມາເປັນມະນຸດ ເກີດໃນບ່ອນໃດໆໃນພາຍຫຼັງ ຈະເປັນຄົນມີປັນ

ຍາຫຼາຍ.

ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີປັນຍາຫຼາຍນີ້ ຄື: ເປັນຜູ້

ເຂົ້າໄປຫາສະມະນະ ຫຼື ພຣາມ ແລ້ວສອບຖາມວ່າ ແມ່ນຫຍັງເປັນ

ກຸສົນ ແມ່ນຫຍັງເປັນອະກຸສົນ ແມ່ນຫຍັງມີໂທດ ແມ່ນຫຍັງບໍ່ມີ

ໂທດ ແມ່ນຫຍັງຄວນເສບ ແມ່ນຫຍັງບໍ່ຄວນເສບ ແມ່ນຫຍັງເມື່ອ

ເຮັດ ຍ່ອມເປັນໄປເພື່ອຄວາມບໍ່ເກື້ອກູນ ເພື່ອຄວາມທຸກຊົ່ວສິ້ນກາ

ລະນານ ແມ່ນຫຍັງເມື່ອເຮັດ ຍ່ອມເປັນໄປເພື່ອຄວາມເກື້ອກູນເພື່ອ

ຄວາມສຸກຊົ່ວສິ້ນກາລະນານ.

ມານົບ ! ດ້ວຍປະການຢ່າງນີ້ແລ ປະຕິປະທາທີ່ເປັນໄປເພື່ອຄວາມມີ

ອາຍຸສັ້ນ ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນມີອາຍຸສັ້ນ ປະຕິປະທາທີ່

ເປັນໄປເພື່ອຄວາມມີອາຍຸຍືນ ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນມີອາ

ຍຸຍືນ ປະຕິປະທາທີ່ເປັນໄປເພື່ອຄວາມມີພະຍາດຫຼາຍ ຍ່ອມນໍາເຂົ້າ

ໄປສູ່ຄວາມເປັນຄົນມີພະຍາດຫຼາຍ ປະຕິປະທາທີ່ເປັນໄປເພື່ອຄວາມ

ມີພະຍາດໜ້ອຍ ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນມີພະຍາດໜ້ອຍ

ປະຕິປະທາທີ່ເປັນໄປເພື່ອຄວາມມີຜິວພັນຂີ້ຮ້າຍ ຍ່ອມນໍາເຂົ້າໄປສູ່

ຄວາມເປັນຄົນມີຜິວພັນຂີ້ຮ້າຍ ປະຕິປະທາທີ່ເປັນໄປເພື່ອຄວາມ

ເປັນຜູ້ໜ້າເຫຼື້ອມໃສ ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນໜ້າເຫຼື້ອມໃສ

ປະຕິປະທາທີ່ເປັນໄປເພື່ອຄວາມມີສັກດາໜ້ອຍ ຍ່ອມນໍາເຂົ້າໄປສູ່

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ