ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

92

ຄວາມເປັນຄົນມີສັກດາໜ້ອຍ ປະຕິປະທາທີ່ເປັນໄປເພື່ອຄວາມມີ

ສັກດາຫຼາຍ ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນມີສັກດາຫຼາຍ ປະຕິປະ

ທາທີ່ເປັນໄປເພື່ອຄວາມມີໂພຄະໜ້ອຍ ຍ່ອມນໍາເຂົ້າໄປສູ່ຄວາມ

ເປັນຄົນມີໂພຄະໜ້ອຍ ປະຕິປະທາທີ່ເປັນໄປເພື່ອຄວາມມີໂພຄະ

ຫຼາຍ ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນມີໂພຄະຫຼາຍ ປະຕິປະທາທີ່

ເປັນໄປເພື່ອຄວາມເກີດໃນສະກຸນຕ່ຳ ຍ່ອມນໍາເຂົ້າໄປສູ່ຄວາມເປັນ

ຄົນເກີດໃນສະກຸນຕ່ຳ ປະຕິປະທາທີ່ເປັນໄປເພື່ອຄວາມເກີດໃນສະ

ກຸນສູງ ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນເກີດໃນສະກຸນສູງ ປະຕິ ປະ

ທາທີ່ເປັນໄປເພື່ອຄວາມມີປັນຍາຕື້ນ ຍ່ອມນໍາເຂົ້າໄປສູ່ຄວາມເປັນ

ຄົນມີປັນຍາຕື້ນ ປະຕິປະທາທີ່ເປັນໄປເພື່ອຄວາມມີປັນຍາຫຼາຍ

ຍ່ອມນໍາເຂົ້າໄປສູ່ຄວາມເປັນຄົນມີປັນຍາຫຼາຍ.

ມານົບ ! ສັດທັງຫຼາຍ ມີກໍາເປັນຂອງຕົນ ເປັນທາຍາດແຫ່ງກໍາ ມີ

ກໍາເປັນກໍາເນີດ ມີກໍາເປັນເຜົ່າພັນ ມີກໍາເປັນທີ່ເພິ່ງອາໄສ ກໍາຍ່ອມ

ຈຳແນກສັດໃຫ້ຕໍ່າຊາມ ແລະ ປະນີດ ເມື່ອພຣະຜູ້ມີພຣະພາກຕຣັດ

ແລ້ວເຊັ່ນນີ້ ສຸພະມານົບ ໂຕເທີຍຍະບຸດໄດ້ຂາບທູນພຣະຜູ້ມີພຣະ

ພາກດັ່ງນີ້ວ່າ:

ແຈ່ມແຈ້ງແລ້ວ ຂ້ານ້ອຍ ! ແຈ່ມແຈ້ງແລ້ວ ຂ້ານ້ອຍ !

“ ພຣະໂຄດົມຜູ້ຈະເລີນ ຊົງປະກາດທັມໂດຍປະຣິຍາຍ ບໍ່ແມ່ນ

ໜ້ອຍ ປຽບເໝືອນຫງາຍຂອງທີ່ຂວໍ້າ ຫຼື ເປີດຂອງທີ່ປົກປິດ ຫຼື

ບອກທາງແກ່ຄົນຫຼົງທາງ ຫຼືໄຕ້ປະທີບໃນບ່ອນມືດ ດ້ວຍຫວັງວ່າຜູ້

ມີຕາດີຈັກເຫັນຮູບໄດ້ສະນັ້ນ ຂ້ານ້ອຍນີ້ຂໍເຖິງພຣະໂຄດົມຜູ້ຈະເລີນ

ພຣະທັມ ແລະ ພຣະພິກຂຸສົງ ວ່າເປັນສະຣະນະ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ