ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
90
ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸດກໍ
ຕາມ ຍ່ອມບໍ່ເປັນຜູ້ເຂົ້າໄປຫາສະມະນະ ຫຼື ພຣາມແລ້ວສອບຖາມ
ວ່າ ແມ່ນຫຍັງເປັນກຸສົນ ແມ່ນຫຍັງເປັນອະກຸສົນ ແມ່ນຫຍັງມີ
ໂທດ ແມ່ນຫຍັງບໍ່ມີໂທດ ແມ່ນຫຍັງຄວນເສບ ແມ່ນຫຍັງບໍ່ຄວນ
ເສບ ແມ່ນຫຍັງເມື່ອເຮັດ ຍ່ອມເປັນໄປເພື່ອຄວາມບໍ່ເກື້ອກູນ ເພື່ອ
ຄວາມທຸກຊົ່ວກາລະນານ ຫຼື ວ່າແມ່ນຫຍັງເມື່ອເຮັດ ຍ່ອມເປັນໄປ
ເພື່ອປະໂຫຍດເກື້ອກູນ ເພື່ອຄວາມສຸກຊົ່ວສິ້ນກາລະນານ ເຂົາຕາຍ
ໄປ ຈະເຂົ້າເຖິງອະບາຍ ທຸຄະຕິ ວິນິບາດ ນະຣົກ ເພາະກໍານັ້ນ ອັນ
ເຂົາໃຫ້ພຽບພ້ອມ ສະມາທານໄວ້ເຊັ່ນນີ້ ຫາກຕາຍໄປ ບໍ່ເຂົ້າເຖິງອະ
ບາຍ ທຸຄະຕິ ວິນິບາດ ນະຣົກ ຖ້າມາເປັນມະນຸດ ເກີດໃນບ່ອນທີ່
ໃດໆ ໃນພາຍຫຼັງຈະເປັນຄົນມີປັນຍາຕື້ນ.
ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີປັນຍາຕື້ນນີ້ ຄື: ບໍ່ເປັນ
ຜູ້ເຂົ້າໄປຫາສະມະນະ ຫຼື ພຣາມ ແລ້ວສອບຖາມວ່າ ແມ່ນຫຍັງເປັນ
ກຸສົນ ແມ່ນຫຍັງເປັນອະກຸສົນ ແມ່ນຫຍັງມີໂທດ ແມ່ນຫຍັງບໍ່ມີ
ໂທດ ແມ່ນຫຍັງຄວນເສບ ແມ່ນຫຍັງບໍ່ຄວນເສບ ແມ່ນຫຍັງເມື່ອ
ເຮັດ ຍ່ອມເປັນໄປເພື່ອຄວາມບໍ່ເກື້ອກູນ ເພື່ອຄວາມທຸກຊົ່ວສິ້ນກາ
ລະນານ ແມ່ນຫຍັງເມື່ອເຮັດ ຍ່ອມເປັນໄປເພື່ອຄວາມເກື້ອກູນເພື່ອ
ຄວາມສຸກຊົ່ວສິ້ນກາລະນານ.
ມານົບ ! ບຸກຄົນບາງຄົນໃນໂລກນີ້ຈະເປັນສະຕຣີກໍຕາມ ບຸຣຸດກໍ
ຕາມ ຍ່ອມເປັນຜູ້ເຂົ້າໄປຫາສະມະນະ ຫຼື ພຣາມ ແລ້ວສອບຖາມວ່າ
ແມ່ນຫຍັງເປັນກຸສົນ ແມ່ນຫຍັງເປັນອະກຸສົນ ແມ່ນຫຍັງມີໂທດ
ແມ່ນຫຍັງບໍ່ມີໂທດ ແມ່ນຫຍັງຄວນເສບ ແມ່ນຫຍັງບໍ່ຄວນເສບ
ແມ່ນຫຍັງເມື່ອເຮັດ ຍ່ອມເປັນໄປເພື່ອຄວາມບໍ່ເກື້ອກູນ ເພື່ອຄວາມ








