ຄຳສອນພຸດທະ - ໜ້າຈໍໂຫລດ

ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

89

ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມເກີດໃນສະກຸນຕ່ຳນີ້ຄື:

ເປັນຄົນແຂງກະດ້າງ ຂີ້ອົ່ງ ຍ່ອມບໍ່ຂາບໄຫວ້ຄົນທີ່ຄວນຂາບໄຫວ້

ບໍ່ລຸກຮັບຄົນທີ່ຄວນລຸກຮັບ ບໍ່ໃຫ້ອາສະນະແກ່ຄົນທີ່ສົມຄວນແກ່

ອາສະນະ ບໍ່ໃຫ້ທາງແກ່ຄົນທີ່ສົມຄວນແກ່ທາງ ບໍ່ສັກກາຣະຄົນທີ່

ຄວນສັກກາຣະ ບໍ່ເຄົາລົບຄົນທີ່ຄວນເຄົາລົບ ບໍ່ນັບຖືຄົນທີ່ຄວນນັບ

ຖື ບໍ່ບູຊາຄົນທີ່ຄວນບູຊາ.

ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸດກໍ

ຕາມ ເປັນຄົນບໍ່ແຂງກະດ້າງ ບໍ່ຂີ້ອົ່ງ ຍ່ອມຂາບໄຫວ້ຄົນທີ່ຄວນ

ຂາບໄຫວ້ ລຸກຮັບຄົນທີ່ຄວນລຸກຮັບ ໃຫ້ອາສະນະແກ່ຄົນທີ່ສົມ

ຄວນແກ່ອາສະນະ ໃຫ້ທາງແກ່ຄົນທີ່ສົມຄວນແກ່ທາງ ສັກກາຣະ

ຄົນທີ່ຄວນສັກກາຣະ ເຄົາລົບຄົນທີ່ຄວນເຄົາລົບ ນັບຖືຄົນທີ່ຄວນ

ນັບຖື ບູຊາຄົນທີ່ຄວນບູຊາ ເຂົາຕາຍໄປ ຈະເຂົ້າເຖິງສຸຄະຕິໂລກສະ

ຫວັນ ເພາະກໍານັ້ນ ອັນເຂົາໃຫ້ພຽບພ້ອມ ສະມາທານໄວ້ເຊັ່ນນີ້

ຫາກຕາຍໄປ ບໍ່ເຂົ້າເຖິງສຸຄະຕິໂລກສະຫວັນ ຖ້າມາເປັນມະນຸດເກີດ

ໃນບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນເກີດໃນສະກຸນສູງ.

ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມເກີດໃນສະກຸນສູງນີ້ ຄື:

ເປັນຄົນບໍ່ແຂງກະດ້າງ ບໍ່ຂີ້ອົ່ງ ຍ່ອມຂາບໄຫວ້ຄົນທີ່ຄວນຂາບໄຫວ້

ລຸກຮັບຄົນທີ່ຄວນລຸກຮັບ ໃຫ້ອາສະນະແກ່ຄົນທີ່ສົມຄວນແກ່ອາ

ສະນະ ໃຫ້ທາງແກ່ຄົນທີ່ສົມຄວນແກ່ທາງ ສັກກາຣະຄົນທີ່ຄວນສັກ

ກາຣະ ເຄົາລົບຄົນທີ່ຄວນເຄົາລົບ ນັບຖືຄົນທີ່ຄວນນັບຖື ບູຊາຄົນທີ່

ຄວນບູຊາ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ