ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
88
ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີໂພຄະໜ້ອຍນີ້ ຄື: ບໍ່ໃຫ້
ເຂົ້າ ນ້ຳ ເຄື່ອງນຸ່ງຫົ່ມ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງ
ລູບທາ ທີ່ນອນ ທີ່ຢູ່ ແລະ ປະທີບໂຄມໄຟແກ່ສະມະນະ ຫຼື ພຣາມ.
ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸດກໍ
ຕາມ ຍ່ອມເປັນຜູ້ໃຫ້ ເຂົ້າ ນ້ຳ ເຄື່ອງນຸ່ງຫົ່ມ ຍານພາຫະນະ ດອກ
ໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ ແລະ ປະທີບໂຄມໄຟແກ່
ສະມະນະ ຫຼື ພຣາມ ເຂົາຕາຍໄປ ຈະເຂົ້າເຖິງສຸຄະຕິໂລກສະຫວັນ
ເພາະກໍານັ້ນ ອັນເຂົາໃຫ້ພຽບພ້ອມ ສະມາທານໄວ້ເຊັ່ນນີ້ ຫາກຕາຍ
ໄປ ບໍ່ເຂົ້າເຖິງສຸຄະຕິໂລກສະຫວັນ ຖ້າມາເປັນມະນຸດ ເກີດໃນບ່ອນ
ໃດໆໃນພາຍຫຼັງ ຈະເປັນຄົນມີໂພຄະຫຼາຍ.
ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີໂພຄະຫຼາຍນີ້ ຄື: ໃຫ້
ເຂົ້າ ນ້ຳ ເຄື່ອງນຸ່ງຫົ່ມ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງ
ລູບທາ ທີ່ນອນ ທີ່ຢູ່ ແລະ ປະທີບໂຄມໄຟ ແກ່ສະມະນະ ຫຼື ພຣາມ.
ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸດກໍ
ຕາມ ເປັນຄົນແຂງກະດ້າງ ຂີ້ອົ່ງ ຍ່ອມບໍ່ຂາບໄຫວ້ຄົນທີ່ຄວນຂາບ
ໄຫວ້ ບໍ່ລຸກຮັບຄົນທີ່ຄວນລຸກຮັບ ບໍ່ໃຫ້ອາສະນະແກ່ຄົນທີ່ສົມຄວນ
ແກ່ອາສະນະ ບໍ່ໃຫ້ທາງແກ່ຄົນທີ່ສົມຄວນແກ່ທາງ ບໍ່ສັກກາຣະ
ຄົນທີ່ຄວນສັກກາຣະ ບໍ່ເຄົາລົບຄົນທີ່ຄວນເຄົາລົບ ບໍ່ນັບຖືຄົນທີ່
ຄວນນັບຖື ບໍ່ບູຊາຄົນທີ່ຄວນບູຊາ ເຂົາຕາຍໄປ ຈະເຂົ້າເຖິງອະບາຍ
ທຸຄະຕິ ວິນິບາດ ນະຣົກ ເພາະກໍານັ້ນ ອັນເຂົາໃຫ້ພຽບພ້ອມ ສະມາ
ທານໄວ້ເຊັ່ນນີ້ ຫາກຕາຍໄປ ບໍ່ເຂົ້າເຖິງອະບາຍ ທຸຄະຕິ ວິນິບາດນະ
ຣົກ ຖ້າມາເປັນມະນຸດ ເກີດໃນບ່ອນໃດໆໃນພາຍຫຼັງ ຈະເປັນຄົນ
ເກີດໃນສະກຸນຕ່ຳ.








