ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
85
ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີໂຣຄພະຍາດຫຼາຍ ຄື:
ເປັນຜູ້ມີປົກກະຕິບຽດບຽນສັດ ດ້ວຍຝ່າມື ຫຼື ກ້ອນດິນ ຫຼື ທ່ອນ
ໄມ້ ຫຼື ສາດຕຣາ.
ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸດ ກໍ
ຕາມ ເປັນຜູ້ມີປົກກະຕິບໍ່ບຽດບຽນສັດ ດ້ວຍຝ່າມື ຫຼືກ້ອນດິນ ຫຼື
ທ່ອນໄມ້ ຫຼື ສາດຕຣາ ເຂົາຕາຍໄປ ຈະເຂົ້າເຖິງສຸຄະຕິໂລກສະຫວັນ
ເພາະກໍານັ້ນ ອັນເຂົາໃຫ້ພຽບພ້ອມ ສະມາທານໄວ້ເຊັ່ນນີ້ ຫາກຕາຍ
ໄປບໍ່ເຂົ້າເຖິງສຸຄະຕິໂລກສະຫວັນ ຖ້າມາເປັນມະນຸດ ເກີດໃນບ່ອນ
ໃດໆ ໃນພາຍຫຼັງ ຈະເປັນຄົນມີໂຣຄພະຍາດໜ້ອຍ.
ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີໂຣຄພະຍາດໜ້ອຍ ຄື:
ເປັນຜູ້ມີປົກກະຕິ ບໍ່ບຽດບຽນສັດ ດ້ວຍຝ່າມື ຫຼື ກ້ອນດິນ ຫຼື ທ່ອນ
ໄມ້ ຫຼື ສາດຕຣາ.
ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸດ ກໍ
ຕາມ ເປັນຄົນມັກຮ້າຍ ອັ່ງດ້ວຍຄວາມແຄ້ນເຄືອງ ຖືກເຂົາວ່າເລັກ
ໜ້ອຍກໍຂັດໃຈ ໂກດເຄືອງ ພະຍາບາດມາດຮ້າຍ ເຮັດຄວາມຮ້າຍ
ແລະ ຄວາມຄຽດແຄ້ນໃຫ້ປາກົດ ເຂົາຕາຍໄປ ຈະເຂົ້າເຖິງອະບາຍ
ທຸຄະຕິ ວິນິບາດ ນະຣົກ ເພາະກໍານັ້ນ ອັນເຂົາໃຫ້ພຽບພ້ອມ ສະມາ
ທານໄວ້ເຊັ່ນນີ້ ຫາກຕາຍໄປ ບໍ່ເຂົ້າເຖິງອະບາຍ ທຸຄະຕິ ວິນິບາດ
ນະຣົກ ຖ້າມາເປັນມະນຸດ ເກີດໃນບ່ອນໃດໆໃນພາຍຫຼັງ ຈະເປັນ
ຄົນມີຜິວພັນຂີ້ຮ້າຍ.
ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີຜິວພັນຂີ້ຮ້າຍ ຄື: ເປັນ
ຄົນມັກຮ້າຍ ອັ່ງດ້ວຍຄວາມແຄ້ນເຄືອງ ຖືກເຂົາວ່າເລັກໜ້ອຍກໍຂັດ








