ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

84

ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີອາຍຸສັ້ນນີ້ຄື: ເປັນຜູ້ມັກ

ເຮັດຊີວິດສັດໃຫ້ມອດດັບ ເປັນຄົນຫ້ຽມໂຫດ ມີມືເປື້ອນເລືອດ

ໝົກໝຸ້ນໃນການຂ້າຟັນ ບໍ່ອີດູໃນເຫຼົ່າສັດມີຊີວິດ.

ມານົບ ! ບຸກຄົນບາງຄົນໃນໂລກນີ້ຈະເປັນສະຕຣີກໍຕາມ ບຸຣຸດກໍ

ຕາມ ລະປານາຕິບາດແລ້ວ ເປັນຜູ້ເວັ້ນຂາດຈາກປານາຕິບາດວາງ

ອາດຍາ ວາງສາດຕຣາໄດ້ ມີຄວາມລະອາຍ ເຖິງຄວາມອີດູ ອະນຸ

ເຄາະດ້ວຍຄວາມເກື້ອກູນໃນສັບພະສັດ ແລະ ພູຕະຢູ່ ເຂົາຕາຍໄປ

ຈະເຂົ້າເຖິງສຸຄະຕິໂລກສະຫວັນ ເພາະກັມນັ້ນ ອັນເຂົາໃຫ້ພຽບພ້ອມ

ສະມາທານໄວ້ເຊັ່ນນີ້ ຫາກຕາຍໄປ ບໍ່ເຂົ້າເຖິງສຸຄະຕິໂລກສະຫວັນ

ຖ້າມາເປັນມະນຸດເກີດໃນບ່ອນໃດໆໃນພາຍຫຼັງຈະເປັນຄົນມີອາຍຸ

ຍືນ.

ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີອາຍຸຍືນນີ້ຄື: ລະປານາ

ຕິບາດແລ້ວ ເປັນຜູ້ເວັ້ນຂາດຈາກປານາຕິບາດ ວາງອາດຍາ ວາງ

ສາດຕຣາໄດ້ ມີຄວາມລະອາຍ ເຖິງຄວາມອີດູ ອະນຸເຄາະດ້ວຍ

ຄວາມເກື້ອກູນໃນສັບພະສັດທັງຫຼາຍຢູ່.

ມານົບ ! ບຸກຄົນບາງຄົນໃນໂລກນີ້ຈະເປັນສະຕຣີກໍຕາມ ບຸຣຸດກໍ

ຕາມ ເປັນຜູ້ມີປົກກະຕິບຽດບຽນສັດດ້ວຍຝ່າມື ຫຼືກ້ອນດິນ ຫຼື

ທ່ອນໄມ້ ຫຼື ສາດຕຣາ ເຂົາຕາຍໄປ ຈະເຂົ້າເຖິງອະບາຍ ທຸຄະຕິ ວິນິ

ບາດ ນະຣົກ ເພາະກໍານັ້ນ ອັນເຂົາໃຫ້ພຽບພ້ອມ ສະມາທານໄວ້

ເຊັ່ນນີ້ ຫາກຕາຍໄປ ບໍ່ເຂົ້າເຖິງອະບາຍ ທຸຄະຕິ ວິນິບາດ ນະຣົກ ຖ້າ

ມາເປັນມະນຸດ ເກີດໃນບ່ອນໃດໆໃນພາຍຫຼັງ ຈະເປັນຄົນມີໂຣຄພະ

ຍາດຫຼາຍ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ