ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

86

ໃຈໂກດເຄືອງ ພະຍາບາດມາດຮ້າຍ ເຮັດຄວາມຮ້າຍ ແລະ ຄວາມ

ຄຽດແຄ້ນໃຫ້ປາກົດ.

ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸດກໍ

ຕາມ ເປັນຄົນບໍ່ມັກຮ້າຍ ບໍ່ອັ່ງດ້ວຍຄວາມແຄ້ນເຄືອງ ຖືກເຂົາວ່າ

ຫຼາຍກໍບໍ່ຂັດໃຈ ບໍ່ໂກດເຄືອງ ບໍ່ພະຍາບາດ ບໍ່ມາດຮ້າຍ ບໍ່ເຮັດ

ຄວາມຮ້າຍ ແລະ ຄວາມຄຽດແຄ້ນໃຫ້ປາກົດ ເຂົາຕາຍໄປ ຈະເຂົ້າ

ເຖິງສຸຄະຕິໂລກສະຫວັນ ເພາະກໍານັ້ນ ອັນເຂົາໃຫ້ພຽບພ້ອມ ສະມາ

ທານໄວ້ເຊັ່ນນີ້ ຫາກຕາຍໄປ ບໍ່ເຂົ້າເຖິງສຸຄະຕິໂລກສະຫວັນ ຖ້າມາ

ເປັນມະນຸດ ເກີດໃນບ່ອນໃດໆໃນພາຍຫຼັງ ຈະເປັນຄົນໜ້າເຫຼື້ອມ

ໃສ.

ມານົບ ! ປະຕິປະທາທີ່ເປັນໄປເພື່ອ ຄວາມເປັນຜູ້ໜ້າເຫຼື້ອມໃສ ຄື:

ເປັນຄົນບໍ່ມັກຮ້າຍ ບໍ່ອັ່ງດ້ວຍຄວາມແຄ້ນເຄືອງ ຖືກເຂົາວ່າຫຼາຍ ກໍ

ບໍ່ຂັດໃຈ ບໍ່ໂກດເຄືອງ ບໍ່ພະຍາບາດ ບໍ່ມາດຮ້າຍ ບໍ່ເຮັດຄວາມຮ້າຍ

ແລະ ຄວາມຄຽດແຄ້ນໃຫ້ປາກົດ.

ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸດກໍ

ຕາມ ມີໃຈອິດສາ ຍ່ອມອິດສາ ມຸ່ງຮ້າຍ ຜູກໃຈອິດສາໃນລາບ ສັກ

ກາຣະ ຄວາມເຄົາລົບ ຄວາມນັບຖື ການໄຫວ້ ແລະ ການບູຊາຂອງ

ຄົນອື່ນ ເຂົາຕາຍໄປ ຈະເຂົ້າເຖິງອະບາຍ ທຸກຄະຕິ ວິນິບາດ ນະຣົກ

ເພາະກໍານັ້ນ ອັນເຂົາໃຫ້ພຽບພ້ອມ ສະມາທານໄວ້ເຊັ່ນນີ້ ຫາກຕາຍ

ໄປ ບໍ່ເຂົ້າເຖິງອະບາຍ ທຸກຄະຕິ ວິນິບາດ ນະຣົກ ຖ້າມາເປັນມະນຸດ

ເກີດໃນບ່ອນໃດໆໃນພາຍຫຼັງ ຈະເປັນຄົນມີສັກດາໜ້ອຍ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ