ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
83
ພຣະຜູ້ມີພຣະພາກຕຣັດວ່າ:
ມານົບ ! ສັດທັງຫຼາຍມີກໍາເປັນຂອງຕົນ ເປັນທາຍາດແຫ່ງກໍາ ມີກໍາ
ເປັນກໍາເນີດ ມີກໍາເປັນເຜົ່າພັນ ມີກໍາເປັນທີ່ເພິ່ງອາໄສ ກໍາຍ່ອມຈຳ
ແນກສັດໃຫ້ຕໍ່າຊາມ ແລະ ປະນີດໄດ້.
“ ຂ້ານ້ອຍ ຍ່ອມບໍ່ຮູ້ເນື້ອໃນໃຈຄວາມໂດຍພິສະດານຂອງອຸເທດ ທີ່
ພຣະໂຄດົມຜູ້ຈະເລີນຕຣັດໂດຍຫຍໍ້ ບໍ່ໄດ້ຈໍາແນກເນື້ອໃນໃຈຄວາມ
ໂດຍພິສະດານນີ້ໄດ້,
ຂໍພຣະໂຄດົມຜູ້ຈະເລີນ ! ໄດ້ໂປດສະແດງທັມແກ່ຂ້ານ້ອຍ ໂດຍປະ
ການທີ່ຂ້ານ້ອຍ ຈະຍ່ອມຮູ້ເນື້ອໃນໃຈຄວາມແຫ່ງອຸເທດນີ້ໂດຍພິສະ
ດານ ດ້ວຍເຖີ້ນ ”.
ມານົບ ! ຖ້າເຊັ່ນນັ້ນ ທ່ານຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີ ເຮົາຈະກ່າວຕໍ່ໄປ:
ສຸພະມານົບ ໂຕເທີຍຍະບຸດ ທູນຮັບພຣະຜູ້ມີພຣະພາກວ່າ:
“ ດີແລ້ວ ຂ້ານ້ອຍ ! ”.
ພຣະຜູ້ມີພຣະພາກຈຶ່ງໄດ້ຕຣັດດັ່ງນີ້ວ່າ:
ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມບຸຣຸດກໍ
ຕາມ ເປັນຜູ້ມັກເຮັດຊີວິດສັດໃຫ້ມອດດັບ ເປັນຄົນຫ້ຽມໂຫດ ມີມື
ເປື້ອນເລືອດ ໝົກໝຸ້ນໃນການຂ້າຟັນ ບໍ່ອີດູໃນເຫຼົ່າສັດມີຊີວິດ ເຂົາ
ຕາຍໄປ ຈະເຂົ້າເຖິງອະບາຍ ທຸຄະຕິ ວິນິບາດ ນະຣົກ ເພາະກໍານັ້ນ
ອັນເຂົາໃຫ້ພຽບພ້ອມ ສະມາທານໄວ້ເຊັ່ນນີ້ ຫາກຕາຍໄປ ບໍ່ເຂົ້າ
ເຖິງອະບາຍ ທຸຄະຕິ ວິນິບາດນະຣົກ ຖ້າມາເປັນມະນຸດ ເກີດໃນ
ບ່ອນໃດໆໃນພາຍຫຼັງ ຈະເປັນຄົນມີອາຍຸສັ້ນ.








