ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
82
ເຫດໃຫ້ມະນຸດເກີດມາແຕກຕ່າງກັນ | 25
ອຸປຣິ.ມ.14/376/579.
ສຸພະມານົບ ໂຕເທີຍຍະບຸດ ໄດ້ທູນຖາມພຣະຜູ້ມີພຣະພາກດັ່ງນີ້ວ່າ:
“ ຂ້າແຕ່ພຣະໂຄດົມຜູ້ຈະເລີນ ! ອັນໃດໜໍແລ ເປັນເຫດເປັນປັດໃຈ
ໃຫ້ພວກມະນຸດ ທີ່ເກີດເປັນມະນຸດຢູ່ ປາກົດຄວາມຕໍ່າຊາມ ແລະ
ຄວາມປະນີດ ຄື: ມະນຸດທັງຫຼາຍຍ່ອມປາກົດມີອາຍຸສັ້ນ ມີອາຍຸຍືນ
ມີພະຍາດຫຼາຍ ມີພະຍາດໜ້ອຍ ມີຜິວພັນຂີ້ຮ້າຍ ມີຜິວພັນງາມ ມີ
ສັກດາໜ້ອຍ ມີສັກດາຫຼາຍ ມີໂພຄະໜ້ອຍ ມີໂພຄະຫຼາຍ ເກີດໃນ
ຕະກຸນຕ່ຳ ເກີດໃນສະກຸນສູງ ຂາດປັນຍາ ມີປັນຍາ.
ຂ້າແຕ່ພຣະໂຄດົມຜູ້ຈະເລີນ ! ອັນໃດໜໍແລ ເປັນເຫດເປັນປັດໃຈ
ໃຫ້ພວກມະນຸດທີ່ເກີດເປັນມະນຸດຢູ່ ປາກົດຄວາມຕໍ່າຊາມ ແລະ
ຄວາມປະນີດ”.








