ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
74
ມີປະມານຍິ່ງ ບໍ່ຈະເລີນບຸນກິຣິຍາວັດຖຸທີ່ສຳເລັດດ້ວຍພາວະນາ
ເລີຍ ເມື່ອຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະ
ດາເຫຼົ່າຍາມາ.
ພິກຂຸທັງຫຼາຍ ! ທ້າວສຸຍາມະເທວະບຸດໃນຍາມານັ້ນ ບຸນກິຣິຍາ
ວັດຖຸທີ່ສຳເລັດດ້ວຍທານເປັນປະຈຳ ບຸນກິຣິຍາວັດຖຸທີ່ສຳເລັດ
ດ້ວຍສີນເປັນປະຈຳ ຍ່ອມກ້າວລ່ວງພວກເທວະດາເຫຼົ່າຍາມາ ໂດຍ
ຖານະ 10 ປະການ ຄື: ອາຍຸທິບ... ໂຜດຖັບພະທິບ.
ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນໂລກນີ້ ບຸນກິຣິຍາວັດຖຸທີ່ສຳ
ເລັດດ້ວຍທານມີປະມານຍິ່ງ ທັມບຸນກິຣິຍາວັດຖຸທີ່ສຳເລັດດ້ວຍ
ສີນມີປະມານຍິ່ງ ບໍ່ຈະເລີນບຸນກິຣິຍາວັດຖຸທີ່ສຳເລັດດ້ວຍພາວະນາ
ເລີຍ ເມື່ອຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະ
ດາເຫຼົ່າດຸສິດ.
ພິກຂຸທັງຫຼາຍ ! ທ້າວສັນດຸສິດເທວະບຸດໃນດຸສິດນັ້ນ ບຸນກິຣິຍາ
ວັດຖຸທີ່ສຳເລັດດ້ວຍທານເປັນປະຈຳ ບຸນກິຣິຍາວັດຖຸທີ່ສຳເລັດ
ດ້ວຍສີນເປັນປະຈຳ ຍ່ອມກ້າວລ່ວງພວກເທວະດາເຫຼົ່າດຸສິດໂດຍ
ຖານະ 10 ປະການ ຄື: ອາຍຸທິບ... ໂຜດຖັບພະທິບ.
ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນໂລກນີ້ ບຸນກິຣິຍາວັດຖຸທີ່ສຳ
ເລັດດ້ວຍທານມີປະມານຍິ່ງ ທັມບຸນກິຣິຍາວັດຖຸທີ່ສຳເລັດດ້ວຍ
ສີນມີປະມານຍິ່ງ ບໍ່ຈະເລີນບຸນກິຣິຍາວັດຖຸທີ່ສຳເລັດດ້ວຍພາວະນາ
ເລີຍ ເມື່ອຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະ
ດາເຫຼົ່ານິມມານະຣະດີ.
ພິກຂຸທັງຫຼາຍ ! ທ້າວສຸນິມມິຕະເທວະບຸດໃນນິມມານະຣະດີ ນັ້ນ
ບຸນກິຣິຍາວັດຖຸທີ່ສຳເລັດດ້ວຍທານເປັນປະຈຳ ບຸນກິຣິຍາວັດຖຸທີ່








