ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

75

ສຳເລັດດ້ວຍສີນເປັນປະຈຳ ຍ່ອມກ້າວລ່ວງພວກເທວະດາເຫຼົ່ານິມ

ມານະຣະດີ ໂດຍຖານະ 10 ປະການ ຄື: ອາຍຸທິບ...ໂຜດຖັບພະທິບ

ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນໂລກນີ້ ບຸນກິຣິຍາວັດຖຸທີ່ສຳ

ເລັດດ້ວຍທານມີປະມານຍິ່ງ ທັມບຸນກິຣິຍາວັດຖຸທີ່ສຳເລັດດ້ວຍ

ສີນມີປະມານຍິ່ງ ບໍ່ຈະເລີນບຸນກິຣິຍາວັດຖຸທີ່ສຳເລັດດ້ວຍພາວະນາ

ເລີຍ ເມື່ອຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະ

ດາເຫຼົ່າປະຣະນິມມິຕະວະສະວັດຕີ.

ພິກຂຸທັງຫຼາຍ ! ທ້າວປະຣະນິມມິຕະວະສະວັດຕີເທວະບຸດ ໃນປະຣະ

ນິມມິຕະວະສະວັດຕີນັ້ນ ບຸນກິຣິຍາວັດຖຸທີ່ສຳເລັດດ້ວຍທານເປັນ

ປະຈຳ ບຸນກິຣິຍາວັດຖຸທີ່ສຳເລັດດ້ວຍສີນເປັນປະຈຳ ຍ່ອມກ້າວ

ລ່ວງພວກເທວະດາເຫຼົ່າປະຣະນິມມິຕະວະສະວັດຕີ ໂດຍຖານະ 10

ປະການຄື: ອາຍຸທິບ... ໂຜດຖັບພະທິບ.

ພິກຂຸທັງຫຼາຍ ! ນີ້ແລ ບຸນກິຣິຍາວັດຖຸ 3 ປະການ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ