ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
73
ປະມານ ບໍ່ຈະເລີນບຸນກິຣິຍາວັດຖຸທີ່ສຳເລັດດ້ວຍພາວະນາເລີຍເມື່ອ
ຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນຜູ້ມີສ່ວນດີໃນມະນດຸ.
ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນໂລກນີ້ ບຸນກິຣິຍາວັດຖຸທີ່ສຳ
ເລັດດ້ວຍທານມີປະມານຍິ່ງ ບຸນກິຣິຍາວັດຖຸທີ່ສຳເລັດດ້ວຍສີນມີ
ປະມານຍິ່ງ ບໍ່ຈະເລີນບຸນກິຣິຍາວັດຖຸທີ່ສຳເລັດດ້ວຍພາວະນາເລີຍ
ເມື່ອຕາຍໄປເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາເຫຼົ່າ
ຈາຕູມມະຫາຣາຊິກາ.
ພິກຂຸທັງຫຼາຍ ! ມະຫາຣາດທັງ 4 ນັ້ນ ເພາະບຸນກິຣິຍາວັດຖຸທີ່ສຳ
ເລັດດ້ວຍທານເປັນປະຈຳ ບຸນກິຣິຍາວັດຖຸທ່ີສຳເລັດດ້ວຍ ສີນເປັນ
ປະຈຳ ຍ່ອມກ້າວລ່ວງພວກເທວະດາເຫຼົ່າຈາຕຸມມະຫາຣາຊິ ກາໂດຍ
ຖານະ 10 ປະການ ຄື: ອາຍຸທິບ ວັນນະທິບ ສຸກທິບ ຍົດທິບ ອະ
ທິປະໄຕທິບ ຮູບທິບ ສຽງທິບ ກິ່ນທິບ ຣົດທິບ ໂຜດຖັບພະທິບ.
ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນໂລກນີ້ ບຸນກິຣິຍາວັດຖຸທີ່ສຳ
ເລັດດ້ວຍທານມີປະມານຍິ່ງ ທັມບຸນກິຣິຍາວັດຖຸທີ່ສຳເລັດດ້ວຍສີນ
ມີປະມານຍິ່ງ ບໍ່ຈະເລີນບຸນກິຣິຍາວັດຖຸທີ່ສຳເລັດດ້ວຍພາວະນາເລີຍ
ເມື່ອຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາ
ເຫຼົ່າດາວະດຶງ.
ພິກຂຸທັງຫຼາຍ ! ທ້າວສັກກະຈອມເທບໃນດາວະດຶງນັ້ນກະ ບຸນກິຣິ
ຍາວັດຖຸທີ່ສຳເລັດດ້ວຍທານເປັນປະຈຳ ບຸນກິຣິຍາວັດຖຸ ທີ່ສຳເຮັດ
ດ້ວຍສີນເປັນປະຈຳ ຍ່ອມກ້າວລ່ວງພວກເທວະດາເຫຼົ່າດາວະດຶງ
ໂດຍຖານະ 10 ປະການ ຄື: ອາຍຸທິບ...ໂຜດຖັບພະທິບ.
ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນໂລກນີ້ ບຸນກິຣິຍາວັດຖຸທີ່ສຳ
ເລັດດ້ວຍທານມີປະມານຍິ່ງ ທັມບຸນກິຣິຍາວັດຖຸທີ່ສຳເລັດດ້ວຍສີນ








