ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
64
ຈັກມີຟ້າຮ້ອງ ດວງຈັນດວງອາທິດ ແລະ ດາວນັກສັດ
ຈັກຂຶ້ນ ຈັກຕົກ ຈັກມົວໝອງ ຈັກກະຈ່າງ
ຈັນທະຄາດຈັກມີຜົນເປັນຢ່າງນີ້ ສຸຣິຍະຄາດຈັກມີຜົນເປັນຢ່າງນ ີ້
ນັກສັດຕະຄາດ ຈັກມີຜົນເປັນຢ່າງນີ້
ດວງຈັນດວງອາທິດໂຄຈອນຖືກທາງ ຈັກມີຜົນເປັນຢ່າງນີ້
ດວງຈັນດວງອາທິດໂຄຈອນຜິດທາງ ຈັກມີຜົນເປັນຢ່າງນີ້
ດາວນັກກະສັດໂຄຈອນຖືກທາງ ຈັກມີຜົນເປັນຢ່າງນີ້
ດາວນັກກະສັດໂຄຈອນຜິດທາງ ຈັກມີຜົນເປັນຢ່າງນີ້
ມີອຸກກາບາດ ຈັກມີຜົນເປັນຢ່າງນີ້ ມີດາວຫາງ ຈັກມີຜົນເປັນຢ່າງນີ້
ແຜ່ນດີນໄຫວຈັກມີຜົນເປັນຢ່າງນີ້ ຟ້າຮ້ອງ ຈັກມີຜົນເປັນຢ່າງນີ້
ດວງຈັນດວງອາທິດ ແລະ ດາວນັກສັດຂຶ້ນ ຕົກມົວໝອງ
ກະຈ່າງ ຈັກມີຜົນເປັນຢ່າງນີ້.
ສ່ວນພິກຂຸໃນທັມມະວິນັຍນີ້ ເວັ້ນຂາດຈາກການລ້ຽງຊີວິດໂດຍ
ມິດສາຊີບດ້ວຍເດຣັດສານ ວິຊາເຫັນປານນີ້ແລ້ວ
ແມ່ນວ່ານີ້ ກໍເປັນສີນຂອງເຂົາປະການໜຶ່ງ.
ອີກຢ່າງໜຶ່ງ ເມື່ອສະມະນະ ຫຼື ພຣາມບາງພວກ ສັນໂພຊະນະທີ່ເຂົາ
ໃຫ້ດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນຍັງລ້ຽງຊີວິດໂດຍມິດສາຊີບ
ດ້ວຍເດຣັດສານ ວິຊາເຫັນປານນີ້ ຄື:
ນາຍວ່າ ຈັກມີຝົນດີ ຈັກມີຝົນແລ້ງ ຈັກມີອາຫານຫາໄດ້ງ່າຍ
ຈັກມີອາຫານຫາໄດ້ຍາກ ຈັກມີຄວາມກະເສມ ຈັກມີໄພ ຈັກເກີດ
ພະຍາດ ຈັກມີຄວາມສຳລານຫາພະຍາດບໍ່ໄດ້ ຫຼື ຄຳນວນເລີກ
ຍາມ ຄຳນວນດວງຊະຕາ ຈັບຍາມແຕ່ງກາບໂລກາຍະຕະສາດ.








