ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
63
ແມ່ນວ່ານີ້ ກໍເປັນສີນຂອງເຂົາປະການໜຶ່ງ.
ອີກຢ່າງໜຶ່ງ ເມື່ອສະມະນະ ຫຼື ພຣາມບາງພວກ ສັນໂພຊະນະທີ່ເຂົາ
ໃຫ້ດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນຍັງລ້ຽງຊີວິດໂດຍມິດສາຊີບ
ດ້ວຍເດຣັດສານ ວິຊາເຫັນປານນີ ້ຄື:
ດູເລີກຍົກທັບວ່າ ພະຣາຊາຈະຍົກອອກ ພະຣາຊາຈັກບໍ່ຍົກທັບອອກ
ພະຣາຊາພາຍໃນຈະຍົກທັບເຂົ້າໃກ້ ພະຣາຊາພາຍນອກຈັກຖອຍ
ພະຣາຊາພາຍນອກຈັກຍົກທັບເຂົ້າໃກ້ ພະຣາຊາພາຍໃນຈັກຖອຍ
ພະຣາຊາພາຍໃນຈັກມີໄຊ ພະຣາຊາພາຍນອກຈັກເສຍໄຊ
ພະຣາຊາພາຍນອກຈັກມີໄຊ ພະຣາຊາພາຍໃນຈັກເສຍໄຊ
ພະຣາຊາພະອົງນີ້ຈັກມີໄຊ ພະຣາຊາພະອົງນີ້ຈັກເສຍໄຊ
ເພາະເຫດນີ້ໆ.
ສ່ວນພິກຂຸໃນທັມມະວິນັຍນີ້ ເວັ້ນຂາດຈາກການລ້ຽງຊວີິດໂດຍ
ມິດສາຊີບດ້ວຍເດຣັດສານ ວິຊາເຫັນປານນີ້ແລ້ວ
ແມ່ນວ່ານີ້ ກໍເປັນສີນຂອງເຂົາປະການໜຶ່ງ.
ອີກຢ່າງໜຶ່ງ ເມື່ອສະມະນະ ຫຼື ພຣາມບາງພວກ ສັນໂພຊະນະທີ່ເຂົາ
ໃຫ້ດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນຍັງລ້ຽງຊີວິດໂດຍມິດສາຊີບ
ດ້ວຍເດຣັດສານ ວິຊາເຫັນປານນີ້ ຄື:
ນາຍວ່າຈັກມີຈັນທະຣະຄາດ ຈັກມີສຸຣິຍະຄາດ
ຈັກມີນັກສັດຕະຄາດ ດວງຈັນດວງອາທິດຈະໂຄຈອນຖືກທາງ
ດວງຈັນດວງອາທິດຈະໂຄຈອນຜິດທາງ
ດາວນັກສັດຈັກໂຄຈອນຖືກທາງ ດາວນັກສັດຈັກໂຄຈອນຜິດທາງ
ຈັກມີອຸກກາບາດ ຈັກມີດາວຫາງ ຈັກມີແຜ່ນດິນໄຫວ








