ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
65
ສ່ວນພິກຂຸໃນທັມມະວິນັຍນີ້ ເວັ້ນຂາດຈາກການລ້ຽງຊີວິດ
ໂດຍມິດສາຊີບດ້ວຍເດຣັດສານ ວິຊາເຫັນປານນີ້ແລ້ວ
ແມ່ນວ່ານີ້ ກໍເປັນສີນຂອງເຂົາປະການໜຶ່ງ.
ອີກຢ່າງໜຶ່ງ ເມື່ອສະມະນະ ຫຼື ພຣາມບາງພວກ ສັນໂພຊະນະທີ່ເຂົາ
ໃຫ້ດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນຍັງລ້ຽງຊີວິດໂດຍມິດສາຊີບ
ດ້ວຍເດຣັດສານ ວິຊາເຫັນປານນີ ້ຄື:
ໃຫ້ເລີກອາວາຫະມຸງຄຸນ ໃຫ້ເລີກວິວາຫະມຸງຄຸນ ດູເລີກຮຽງໝອນ
ດູເລີກຢ່າຮ້າງ ດູເລີກເກັບຊັບ ດູເລີກຈ່າຍຊັບ ດູໂຊກດີ ດູເຄາະຮ້າຍ
ໃຫ້ຢາຜະດຸງມົດລູກ ຈົ່ມມົນໃຫ້ລີ້ນກະດ້າງ ຈົ່ມມົນໃຫ້ຄາງແຂງ
ຈົ່ມມົນໃຫ້ມືສັ່ນ ຈົ່ມມົນບໍ່ໃຫ້ຫູໄດຍ້ິນສຽງ ເປັນໝໍຊົງກະຈົກ
ເປັນໝໍຊົງຍິງສາວ ເປັນໝໍຊົງເຈົ້າ ບວງສວງພະອາທິດ
ບວງສວງທ້າວມະຫາພຣົມ ຈົ່ມມົນພົ່ນໄຟ ເຮັດພິທີເອີ້ນຂວັນ.
ສ່ວນພິກຂຸໃນທັມມະວິນັຍນີ້ ເວັ້ນຂາດຈາກການລ້
ຽງຊີວິດໂດຍ
ມິດສາຊີບດ້ວຍເດຣັດສານ ວິຊາເຫັນປານນີ້ເສຍແລ້ວ
ແມ່ນວ່ານີ້ ກໍເປັນສີນຂອງເຂົາປະການໜຶ່ງ.
ອີກຢ່າງໜຶ່ງ ເມື່ອສະມະນະ ຫຼື ພຣາມບາງພວກ ສັນໂພຊະນະທີ່ເຂົາ
ໃຫ້ດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນຍັງລ້ຽງຊີວິດໂດຍມິດສາຊີບ
ດ້ວຍເດຣັດສານ ວິຊາເຫັນປານນີ້ ຄື:
ເຮັດພິທິບະ ເຮັດພິທິແກ້ບະ ຈົ່ມມົນໄລ່ຜີ
ສອນມົນປ້ອງກັນບ້ານເຮືອນ ເຮັດກະເທີຍໃຫ້ກັບເປັນຊາຍ
ເຮັດຊາຍໃຫ້ກັບເປັນກະເທີຍ ເຮັດພິທີປຸກເຮືອນ
ເຮັດພິທີບວງສວງພື້ນທີ່ ພົ່ນນໍ້າມົນ ຫົດນໍ້າມົນ ເຮັດພິທີບູຊາໄຟ
ປຸງຢາຖອນພິດ ປຸງຢາຖ່າຍ ປຸງຢາແກ້ລົມຕີຂຶ້ນເບື້ອງເທິງ








