ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

62

ເປັນໝໍທວາຍສຽງກາ ເປັນໝໍທວາຍອາຍຸເປັນໝໍເສກ

ກັນລູກສອນ(ຫຼື ກັນລູກປືນ) ເປັນໝໍທວາຍສຽງສັດ.

ສ່ວນພິກຂຸໃນທັມມະວິນັຍນີ້ເວັ້ນຂາດຈາກການລ້ຽງຊີວິດໂດຍມິດສາ

ຊີບດ້ວຍເດຣັດສານ ວິຊາເຫັນປານນີ້ເເລ້ວ

ແມ່ນວ່ານີ້ ກໍເປັນສີນຂອງເຂົາປະການໜຶ່ງ.

ອີກຢ່າງໜຶ່ງ ເມື່ອສະມະນະ ຫຼື ພຣາມບາງພວກ ສັນໂພຊະນະທີ່

ເຂົາໃຫ້ດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນຍັງລ້ຽງຊີວິດໂດຍມິດສາຊີບ

ດ້ວຍເດຣັດສານ ວິຊາເຫັນປານນີ ້ຄື:

ທວາຍລັກສະນະແກ້ວມະນີ ທວາຍລັກສະນະຜ້າ ທວາຍລັກສະນະ

ໄມ້ກະບອງ ທວາຍລັກສະນະສາດຕຣາ ທວາຍລັກສະນະດາບ

ທວາຍລັກສະນະລູກສອນ ທວາຍລັກສະນະທະນູ

ທວາຍລັກສະນະອາວຸດ ທວາຍລັກສະນະສະຕຣີ

ທວາຍລັກສະນະບຸຣຸດ ທວາຍລັກສະນະກຸມານ

ທວາຍລັກສະນະກຸມາຣີ ທວາຍລັກສະນະຂ້າທາດ

ທວາຍລັກສະນະທາສີ ທວາຍລັກສະນະຊ້າງ

ທວາຍລັກສະນະມ້າ ທວາຍລັກສະນະຄວາຍ

ທວາຍລັກສະນະງົວອຸສະພະ ທວາຍລັກສະນະງົວ

ທວາຍລັກສະນະແບ້ ທວາຍລັກສະນະແກະ

ທວາຍລັກສະນະໄກ່ ທວາຍລັກສະນະນົກກະທາ

ທວາຍລັກສະນະແລນ ທວາຍລັກສະນະຕຸ່ນ

ທວາຍລັກສະນະເຕົ່າ ທວາຍລັກສະນະມິຄະ(ກວາງ).

ສ່ວນພິກຂຸທັມວິນັຍນີ້ ເວັ້ນຂາດຈາກການລ້ຽງຊີວິດໂດຍ

ມິດສາຊີບດ້ວຍເດຣັດສານ ວິຊາເຫັນປານນີ້

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ