ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

61

ລັກສະນະຂອງພິກຂຸຜູ້ມີສີນ | 19

ບາລີ ສີ. ທີ. 9/89-92/114-121.

ມະຫາຣາດ ! ອີກຢ່າງໜຶ່ງ ເມື່ອສະມະນະ ຫຼື ພຣາມບາງພວກ ສັນ

ໂພຊະນະທີ່ເຂົາໃຫ້ດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນຍັງລ້ຽງຊີວິດ

ໂດຍມິດສາຊີບດ້ວຍເດຣັດສານ ວິຊາເຫັນປານນີ້ ຄື:

ທວາຍອະໄວຍະວະ ທວາຍຈຸດຕຳໜິ ທວາຍລາງດີລາງຮ້າຍ

ທວາຍຝັນ ທວາຍລັກສະນະ ທວາຍໜູກັດຜ້າ ເຮັດພິທີບູຊາໄຟ

ເຮັດພິທີເບີກຟ້າວຽນທຽນ ເຮັດພິທີຫວ່ານແກບບູຊາໄຟ

ເຮັດພິທີຫວ່ານຮໍາບູຊາໄຟ ເຮັດພິທີຫວ່ານເຂົ້າສານບູຊາໄຟ

ເຮັດພິທີເຕີມເນີຍບູຊາໄຟ ເຮັດພິທີເຕີມນໍ້າບູຊາໄຟ ເຮັດພິ

ທີເສກເປົ່າບູຊາໄຟ ເຮັດພະລີກຳດ້ວຍເລືອດ ເປັນໝໍດູອະໄວຍະວະ

ດູລັກສະນະທີ່ເຮືອນ ດູລັກສະນະທີ່ນາ ເປັນໝໍປຸກເສກ ເປັນໝໍຜີ

ເປັນໝໍລົງເລກຍັນຄຸ້ມກັນບ້ານເຮືອນ ເປັນໝໍງູ ເປັນໝໍຢາພິດ

ເປັນໝໍແມງເງົາ ເປັນໝໍປິ່ນປົວແຜໜູກັດ ເປັນໝໍທວາຍສຽງນົກ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ