ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
58
ອັນໜຶ່ງ ຊົນເຫຼົ່າໃດ ຄົບຫາສະມາຄົມ ເຂົ້າໃກ້ ເຮັດຕາມ ແບບຢ່າງ
ຂອງພິກຂຸນັ້ນ ຂໍ້ນັ້ນຈະເປັນທາງໃຫ້ເກີດສິ່ງອັນບໍ່ ເປັນປະໂຫຍດ
ເປັນທຸກແກ່ຊົນເຫຼົ່ານັ້ນເອງ ຕະຫຼອດກາລະນານ ເຮົາຈຶ່ງກ່າວພິກຂຸ
ນັ້ນວ່າ ໃຜໃກ້ຊິດເຂົາກໍເຈັບເນື້ອຄີງ ເໝືອນຜ້າເປືອກປໍ ນຸ່ງຫົ່ມ ກໍ
ເຈັບເນື້ອຄີງ ສະນັ້ນ ເຮົາກ່າວພິກຂຸນີ້ວ່າ ມີຜ້າເປືອກປໍເປັນຄູ່ປຽບ
ທຽບ.
ອັນໜຶ່ງ ພິກຂຸຮັບຈີວອນ ບິນທະບາດ ເສນາສະນະ ແລະ ຢາ ກັບ
ເຄື່ອງໃຊ້ໃນການປິ່ນປົວພະຍາດຂອງຊົນເຫຼົ່າໃດ ທານນັ້ນ ຍ່ອມບໍ່
ມີຜົນໃຫຍ່ ບໍ່ມີອານິສົງໃຫຍ່ແກ່ຊົນເຫຼົ່ານັ້ນ ເຮົາກ່າວພິກຂຸນັ້ນວ່າ
ມີຄ່າໜ້ອຍ ເໝືອນຜ້າເປືອກປໍມີລາຄາຖືກ ສະນັ້ນ ເຮົາກ່າວພິກຂຸນີ້
ວ່າ ມີຜ້າເປືອກປໍເປັນຄູ່ປຽບທຽບ.
ພິກຂຸທັງຫຼາຍ ! ແມ່ນວ່າພິກຂຸ ມັດຊິມະພູມ (ຍັງບໍ່ເປັນເຖຣະ)
ເມື່ອເປັນຄົນທຸສີນ ມີຄວາມເປັນຢູ່ຕໍ່າຊາມ ກໍເປັນຢ່າງດຽວກັນ ເຮົາ
ກ່າວວ່າ ມີຜີວພັນບໍ່ງາມ ເໝືອນຜ້າເປືອກປໍ ທີ່ມີສີບໍ່ງາມ ນັ້ນແຫຼະ
ເຮົາກ່າວພິກຂຸນີ້ ວ່າມີຜ້າເປືອກປໍເປັນຄູ່ປຽບທຽບ.
ອັນໜຶ່ງ ຊົນເຫຼົ່າໃດ ຄົບຫາສະມາຄົມ ເຂົ້າໃກ້ ເຮັດຕາມ ແບບຢ່າງ
ຂອງພິກຂຸນັ້ນ ຂໍ້ນັ້ນ ຈະເປັນທາງໃຫ້ເກີດສິ່ງອັນ ບໍ່ເປັນປະໂຫຍດ
ເປັນທຸກແກ່ຊົນເຫຼົ່ານັ້ນເອງ ຕະຫຼອດກາລະນານ ເຮົາຈຶ່ງກ່າວພິກຂຸ
ນັ້ນວ່າ ໃຜໃກ້ຊິດເຂົາ ກໍເຈັບເນື້ອຄີງ ເໝືອນຜ້າເປືອກປໍ ນຸ່ງຫົ່ມ
ກໍເຈັບເນື້ອຄີງ ສະນັ້ນ ເຮົາກ່າວພິກຂຸນີ້ວ່າ ມີຜ້າເປືອກປໍເປັນຄູ່ປຽບ
ທຽບ.








