ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
59
ອັນໜຶ່ງ ພິກຂຸນັ້ນ ຮັບຈີວອນ ບິນທະບາດ ເສນາສະນະ ແລະ ຢາ
ກັບເຄື່ອງໃຊ້ໃນການປິ່ນປົວພະຍາດ ຂອງຊົນເຫຼົ່າໃດ ທານນັ້ນ
ຍ່ອມບໍ່ມີຜົນໃຫຍ່ ບໍ່ມີອານິສົງໃຫຍ່ແກ່ຊົນເຫຼົ່ານັ້ນ ເຮົາກ່າວພິກຂຸ
ນັ້ນວ່າ ມີຄ່າໜ້ອຍ ເໝືອນຜ້າເປືອກປໍ ມີລາຄາຖືກ ສະນັ້ນເຮົາ
ກ່າວພິກຂຸນີ້ວ່າ ມີຜ້າເປືອກປໍເປັນຄູ່ປຽບທຽບ.
ພິກຂຸທັງຫຼາຍ ! ແມ່ນວ່າພິກຂຸຜູ້ເປັນເຖຣະ ເມື່ອເປັນຄົນທຸສີນ ມີ
ຄວາມເປັນຢູ່ຊົ່ວຊ້າ ກໍເປັນຢ່າງດຽວກັນ ເຮົາກ່າວວ່າມີຜິວພັນບໍ່
ງາມ ເໝືອນຜ້າເປືອກປໍ ທີ່ມີສີບໍ່ງາມນັ້ນແຫຼະ ເຮົາກ່າວພິກຂຸນີ້ວ່າ
ມີຜ້າເປືອກປໍເປັນຄູ່ປຽບທຽບ.
ອັນໜຶ່ງ ຊົນເຫຼົ່າໃດ ຄົບຫາສະມາຄົມ ເຂົ້າໃກ້ ເຮັດຕາມ ແບບຢ່າງ
ຂອງພິກຂຸນັ້ນ ຂໍ້ນັ້ນ ຈະເປັນທາງໃຫ້ເກີດສິ່ງອັນ ບໍ່ເປັນປະໂຫຍດ
ເປັນທຸກແກ່ຊົນເຫຼົ່ານັ້ນເອງ ຕະຫຼອດກາລະນານ ເຮົາຈຶ່ງກ່າວພິກຂຸ
ນັ້ນວ່າ ໃຜໃກ້ຊິດເຂົາ ກໍເຈັບເນື້ອຄີງ ເໝືອນຜ້າເປືອກປໍ ນຸ່ງຫົ່ມກໍ
ເຈັບເນື້ອຄີງ ສະນັ້ນ ເຮົາກ່າວພິກຂຸນີ້ວ່າ ມີຜ້າເປືອກປໍເປັນຄູ່ປຽບ
ທຽບ.
ອັນໜຶ່ງ ພິກຂຸນັ້ນ ຮັບຈີວອນ ບິນທະບາດ ເສນາສະນະ ແລະຢາ
ກັບເຄື່ອງໃຊ້ໃນການປິ່ນປົວພະຍາດຂອງຊົນເຫຼົ່າໃດ ທານນັ້ນ
ຍ່ອມບໍ່ມີຜົນໃຫຍ່ ບໍ່ມີອານິສົງໃຫຍ່ແກ່ຊົນເຫຼົ່ານັ້ນ ເຮົາກ່າວພິກຂຸ
ນັ້ນວ່າ ມີຄ່າໜ້ອຍ ເໝືອນຜ້າເປືອກປໍ ມີລາຄາຖືກ ສະນັ້ນເຮົາກ່າວ
ພິກຂຸນີ້ວ່າ ມີຜ້າເປືອກປໍເປັນຄູ່ປຽບທຽບ.
ອັນໜຶ່ງ ພິກຂຸເຖຣະຊະນິດນີ້ ກ່າວຫຍັງຂຶ້ນໃນທ່າມກາງສົງ ພິກຂຸ
ທັງຫຼາຍກໍຈະເວົ້າໃຫ້ວ່າ “ ປະໂຫຍດຫຍັງດ້ວຍຄຳເວົ້າຂອງທ່ານ
ເຊິ່ງເປັນຄົນພານ ຄົນໂງ່ຈ້າ ຄົນຄືທ່ານຫຼືຈະຮູ້ຈັກສິ່ງທີ່ຄວນເວົ້າ ”








