ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

57

ຜູ້ຮັບທານກັບຜົນທີ່ໄດ້ (ໄນຍະທີ 2) | 18

ບາລີ ຕິກ.ອັງ.20/318/539.

ພິກຂຸທັງຫຼາຍ ! ຜ້າຕໍ່າດ້ວຍເປືອກປໍ ເຖິງຈະຍັງໃໝ່ຢູ່ສີກໍບໍ່ງາມ ນຸ່ງ

ຫົ່ມກໍເຈັບເນື້ອຄີງ ລາຄາກໍຖືກ ເຖິງແມ່ນຈະກາງໃໝ່ກາງ ເກົ່າແລ້ວ

ສີກໍບໍ່ງາມ ນຸ່ງຫົ່ມກໍເຈັບເນື້ອຄີງ ລາຄາກໍຖືກຫຼາຍ ແມ່ນຈະເກົ່າຜຸ່ຍ

ແລ້ວ ສີກໍຍັງບໍ່ງາມ ນຸ່ງຫົ່ມກໍເຈັບ ເນື້ອຄີງ ລາຄາກໍຖືກຫຼາຍຢູ່ນັ້ນ

ເອງ ຜ້າເປືອກປໍທີ່ເກົ່າຜຸ່ຍແລ້ວ ມີແຕ່ຈະຖືກໃຊ້ເຊັດໝໍ້ເຂົ້າ ຫຼື ຖິ້ມ

ຢູ່ຕາມກອງຂີ້ເຫຍື້ອເສດ ນີ້ເຊັ່ນໃດ.

ພິກຂຸທັງຫຼາຍ ! ພິກຂຸທີ່ທຸສີນ ມີຄວາມເປັນຢູ່ຊົ່ວຊ້າກໍແນວນັ້ນຄື

ກັນ ແມ່ນຫາກໍບວດໃໝ່ ເຮົາກໍກ່າວວ່າ ມີຜິວພັນບໍ່ງາມ ເໝືອນ

ຜ້າເປືອກປໍ ທີ່ມີສີບໍ່ງາມນັ້ນແຫຼະ ເຮົາກ່າວພິກຂຸນີ້ວ່າ ມີຜ້າເປືອກປໍ

ເປັນຄູ່ປຽບທຽບ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ