ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
56
(2) ຜູ້ໃດທຸສີນ ໄດ້ຂອງມາໂດຍບໍ່ເປັນທັມ ມີຈິດບໍ່ເຫຼື້ອມໃສ ບໍ່
ເຊື່ອກໍາ ແລະ ຜົນແຫ່ງກໍາຢ່າງຍິ່ງ ໃຫ້ທານໃນຄົນມີສີນ ທັກຂິນາ
ຂອງຜູ້ນັ້ນ ຊື່ວ່າບໍຣິສຸດຝ່າຍປະຕິຄາຫົກ.
(3) ຜູ້ໃດທຸສີນ ໄດ້ຂອງມາໂດຍບໍ່ເປັນທັມ ມີຈິດບໍ່ເຫຼື້ອມໃສ ບໍ່
ເຊື່ອກໍາ ແລະ ຜົນແຫ່ງກໍາຢ່າງຍິ່ງ ໃຫ້ທານໃນຄົນທຸສີນ ເຮົາບໍ່ກ່າວ
ທານຂອງຜູ້ນັ້ນວ່າມີຜົນໄພບູນ.
(4) ຜູ້ໃດມີສີນ ໄດ້ຂອງມາໂດຍທັມ ມີຈິດເຫຼື້ອມໃສດີ ເຊື່ອກໍາ
ແລະ ຜົນແຫ່ງກໍາຢ່າງຍິ່ງ ໃຫ້ທານໃນຄົນມີສີນ ເຮົາກ່າວທານຂອງ
ຜູ້ນັ້ນແຫຼະວ່າ ມີຜົນໄພບູນ.
(5) ຜູ້ໃດປາສະຈາກຣາຄະແລ້ວ ໄດ້ຂອງມາໂດຍທັມມີຈິດເຫຼື້ອມ
ໃສດີ ເຊື່ອກໍາ ແລະ ຜົນແຫ່ງກໍາຢ່າງຍິ່ງ ໃຫ້ທານ ໃນຜູ້ປາສະຈາກ
ຣາຄະ ທານຂອງຜູ້ນັ້ນແລ ເລີດກວ່າອາມິດສະທານທັງຫຼາຍ.








