ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
55
ອານົນ ! ໃນຂໍ້ນີ້ທາຍົກມີສີນ ມີທັມງາມ ປະຕິຄາຫົກເປັນຜູ້ທຸສີນ
ມີບາບທັມ ຢ່າງນີ້ແລ ທັກຂິນາຊື່ວ່າ ບໍຣິສຸດຝ່າຍທາຍົກ ບໍ່ບໍຣິສຸດ
ຝ່າຍປະຕິຄາຫົກ.
ອານົນ ! ກໍທັກຂິນາຊື່ວ່າບໍຣິສຸດຝ່າຍ
ປະຕິຄາຫົກບໍ່ບໍຣິສຸດຝ່າຍທາຍົກ ເປັນແນວໃດ ?
ອານົນ ! ໃນຂໍ້ນີ້ທາຍົກເປັນຜູ້ທຸສີນ ມີບາບທັມ ປະຕິຄາຫົກເປັນຜູ້
ມີສີນ ມີທັມງາມ ຢ່າງນີ້ແລ ທັກຂິນາຊື່ວ່າບໍຣິສຸດຝ່າຍປະຕິຄາຫົກບໍ່
ບໍຣິສຸດຝ່າຍທາຍົກ.
ອານົນ ! ກໍທັກຂິນາຊື່ວ່າຝ່າຍທາຍົກກໍບໍ່ບໍຣິສຸດ
ຝ່າຍປະຕິຄາຫົກກໍບໍ່ບໍຣິສຸດ ເປັນແນວໃດ ?
ອານົນ ! ໃນຂໍ້ນີ້ທາຍົກເປັນຜູ້ທຸສີນ ມີບາບທັມ ປະຕິຄາຫົກກໍເປັນ
ຜູ້ທຸສີນ ມີບາບທັມ ຢ່າງນີ້ແລ ທັກຂິນາຊື່ວ່າຝ່າຍທາຍົກກໍບໍ່ບໍຣິສຸດ
ຝ່າຍປະຕິຄາຫົກກໍບໍ່ບໍຣິສຸດ.
ອານົນ ! ກໍທັກຂິນາຊື່ວ່າບໍຣິສຸດທັງຝ່າຍທາຍົກ ແລະ ຝ່າຍປະຕິຄາ
ຫົກເປັນແນວໃດ ?
ອານົນ ! ໃນຂໍ້ນີ້ທາຍົກກໍເປັນຜູ້ມີສີນ ມີທັມງາມ ປະຕິຄາຫົກກໍ
ເປັນຜູ້ມີສີນ ມີທັມງາມ ຢ່າງນີ້ແລ ທັກຂິນາຊື່ວ່າບໍຣິສຸດທັງຝ່າຍທາ
ຍົກ ແລະ ຝ່າຍປະຕິຄາຫົກ.
ອານົນ ! ນີ້ແລ ຄວາມບໍຣິສຸດແຫ່ງທັກຂິນາ 4 ຢ່າງ.
(ຄາຖາຜະນວກທ້າຍພຣະສູດ)
(1) ຜູ້ໃດມີສີນ ໄດ້ຂອງມາໂດຍທັມ ມີຈິດເຫຼື້ອມໃສດີ ເຊື່ອກໍາ
ແລະ ຜົນແຫ່ງກໍາຢ່າງຍິ່ງ ໃຫ້ທານໃນຄົນທຸສີນ ທັກຂິນາຂອງຜູ້ນັ້ນ
ຊື່ວ່າບໍຣິສຸດຝ່າຍທາຍົກ.








