ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
54
ແຈ້ງຕໍ່ສົງວ່າ ຂໍຈົ່ງໄດ້ອະນຸເຄາະຈັດພິກຂຸນີຈຳນວນເທົ່ານີ້ຂຶ້ນ
ເປັນສົງແກ່ຂ້ານ້ອຍແລ້ວໃຫ້ທານ
ນີ້ເປັນທັກຂິນາທີ່ເຖິງແລ້ວໃນສົງ
ປະການທີ 7.
ອານົນ ! ກໍໃນອະນາຄົດຕະການ ຈັກມີແຕ່ເຫຼົ່າພິກຂຸໂຄຕະຣະພູ ມີ
ຜ້າກາສາວະ (ຈີວອນ) ພັນຄໍ ເປັນຄົນທຸສີນ ມີບາບທັມ ຄົນທັງ
ຫຼາຍຈັກຖວາຍທານສະເພາະສົງໄດ້ໃນເຫຼົ່າພິກຂຸທຸສີນນັ້ນ.
ອານົນ ! ທັກຂິນາທີ່ເຖິງແລ້ວໃນສົງແມ່ນແຕ່ໃນເວລານັ້ນ ເຮົາກໍ
ກ່າວວ່າ ມີຜົນນັບບໍ່ໄດ້ ປະມານບໍ່ໄດ້ ແຕ່ວ່າເຮົາບໍ່ກ່າວປາຕິປຸກຄະ
ລິກະທານ (ການຖວາຍເຈາະຈົງບຸກຄົນ) ວ່າມີຜົນຫຼາຍກວ່າທັກຂິ
ນາທີ່ເຖິງແລ້ວໃນສົງໂດຍປະຣິຍາຍໃດໆເລີຍ.
ອານົນ ! ກໍຄວາມບໍຣິສຸດແຫ່ງທັກຂິນານີ້ ມີ 4 ຢ່າງ 4 ຢ່າງ ເປັນ
ແນວໃດ ? ຄື:
(1) ທັກຂິນາບາງຢ່າງບໍຣິສຸດຝ່າຍທາຍົກ (ຜູ້ໃຫ້) ບໍ່ບໍຣິສຸດຝ່າຍປະ
ຕິຄາຫົກ (ຜູ້ຮັບ).
(2) ທັກຂິນາບາງຢ່າງບໍຣິສຸດຝ່າຍປະຕິຄາຫົກ ບໍ່ບໍຣິສຸດຝ່າຍທາ
ຍົກ.
(3) ທັກຂິນາບາງຢ່າງຝ່າຍທາຍົກກໍບໍ່ບໍຣິສຸດຝ່າຍປະຕິຄາຫົກກໍບໍ່ບໍ
ຣິສຸດ.
(4) ທັກຂິນາບາງຢ່າງບໍຣິສຸດທັງຝ່າຍທາຍົກ ແລະ ຝ່າຍປະຕິຄາຫົກ
ອານົນ ! ກໍທັກຂິນາຊື່ວ່າບໍຣິສຸດຝ່າຍທາຍົກ ບໍ່ບໍຣິສຸດຝ່າຍປະຕິຄາ
ຫົກເປັນແນວໃດ ?








