ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
53
ອະນາຄາມີຜົນໃຫ້ແຈ້ງ ໃນພຣະອະນາຄາມີ ໃນທ່ານຜູ້ປະຕິບັດເພື່ອ
ເຮັດອະຣະຫັນຕະຜົນໃຫ້ແຈ້ງ ໃນສາວົກຂອງຕະຖາຄົດ ຜູ້ເປັນພຣະ
ອະຣະຫັນໃນພຣະປັດເຈກະພຸດທະ ແລະ ໃນຕະຖາຄົດອະຣະຫັນຕະ
ສຳມາສຳພຸດທະ.
ອານົນ ! ກໍທັກຂິນາທີ່ໃຫ້ແລ້ວໃນສົງມີ 7 ຢ່າງ ຄື:
ໃຫ້ທານໃນສົງ 2 ຝ່າຍ ມີພຣະພຸດທະເຈົ້າເປັນປະມຸກ
ນີ້ເປັນທັກຂິນາທີ່ເຖິງແລ້ວໃນສົງ
ປະການທີ 1.
ໃຫ້ທານໃນສົງ 2 ຝ່າຍ ໃນເມື່ອຕະຖາຄົດປະຣິນິບພານແລ້ວ
ນີ້ເປັນທັກຂິນາທີ່ເຖິງແລ້ວໃນສົງ
ປະການທີ 2.
ໃຫ້ທານໃນພິກຂຸສົງ ນີ້ເປັນທັກຂິນາທີ່ເຖິງແລ້ວໃນສົງ
ປະການທີ 3.
ໃຫ້ທານໃນພິກຂຸນີສົງ ນີ້ເປັນທັກຂິນາທີ່ເຖິງແລ້ວໃນສົງ
ປະການທີ 4.
ແຈ້ງຕໍ່ສົງວ່າ ຂໍຈົ່ງໄດ້ອະນຸເຄາະຈັດພິກຂຸ ແລະ ພິກຂຸນີຈຳນວນ
ເທົ່ານີ້ຂຶ້ນເປັນສົງແກ່ຂ້ານ້ອຍ ແລ້ວໃຫ້ທານ
ນີ້ເປັນທັກຂິນາທີ່ເຖິງ ແລ້ວໃນສົງ
ປະການທີ 5.
ແຈ້ງຕໍ່ສົງວ່າ ຂໍຈົ່ງໄດ້ອະນຸເຄາະຈັດພິກຂຸຈຳນວນເທົ່ານີ້ຂຶ້ນເປັນສົງ
ແກ່ຂ້ານ້ອຍ ແລ້ວໃຫ້ທານ
ນີ້ເປັນທັກຂິນາທີ່ເຖິງແລ້ວໃນສົງ
ປະການທີ 6.








