ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
52
ຜົນຂອງທານກັບຜູ້ຮັບ (ໄນຍະທີ 1) | 17
ບາລີ ອຸປຣິ.ມ.14/458-462/711-719.
ອານົນ ! ບຸກຄົນໃຫ້ທານໃນສັດເດຣັດສານ ຍ່ອມຫວັງຜົນທັກຂິ
ນາໄດ້ ຮ້ອຍເທົ່າ.
ໃຫ້ທານໃນປຸຖຸຊົນຜູ້ທຸສີນ ຍ່ອມຫວັງຜົນທັກຂິນາໄດ້ ພັນເທົ່າ.
ໃຫ້ທານໃນປຸຖຸຊົນຜູ້ມີສີນ ຍ່ອມຫວັງຜົນທັກຂິນາໄດ້ ແສນເທົ່າ.
ໃຫ້ທານໃນບຸກຄົນພາຍນອກ ຜູ້ປາສະຈາກຄວາມກຳໜັດໃນກາມ
ຍ່ອມຫວັງຜົນທັກຂິນາໄດ້ ແສນໂກດເທົ່າ.
ໃຫ້ທານໃນທ່ານຜູ້ປະຕິບັດເພື່ອເຮັດໂສດາປະຕິຜົນໃຫ້ແຈ້ງ ຍ່ອມ
ຫວັງຜົນທັກຂິນານັບບໍ່ໄດ້ ປະມານບໍ່ໄດ້ ບໍ່ຕ້ອງກ່າວເຖິງການໃຫ້
ທານໃນພຣະໂສດາບັນ ໃນທ່ານຜູ້ປະຕິບັດເພື່ອເຮັດສະກະທາຄາມີ
ຜົນໃຫ້ແຈ້ງ ໃນພຣະສະກະທາຄາມີ ໃນທ່ານຜູ້ປະຕິບັດເພື່ອເຮັດ








