ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
51
ສໍາມາວາຈາ (ການເວົ້າຈາຖືກຕ້ອງ),
ສໍາມາກໍາມັນຕະ (ການເຮັດການງານຖືກຕ້ອງ),
ສໍາມາອາຊີວະ (ການລ້ຽງຊີວິດຖືກຕ້ອງ),
ສໍາມາວາຍາມະ (ຄວາມພາກພຽນຖືກຕ້ອງ),
ສໍາມາສະຕິ (ຄວາມລະນຶກຖືກຕ້ອງ),
ສໍາມາສະມາທິ (ຄວາມຕັ້ງໃຈໝັ້ນຖືກຕ້ອງ).
ພິກຂຸທັງຫຼາຍ ! ນີ້ເອີ້ນວ່າກໍາບໍ່ດໍາບໍ່ຂາວ ມີວິບາກບໍ່ດໍາບໍ່ຂາວ ເປັນ
ໄປເພື່ອຄວາມສິ້ນກໍາ.
ພິກຂຸທັງຫຼາຍ ! ເຫຼົ່ານີ້ແລ ກໍາ 4 ຢ່າງ: ທີ່ເຮົາເຮັດໃຫ້ແຈ້ງດ້ວຍ
ປັນຍາອັນຍິ່ງເອງແລ້ວ ປະກາດໃຫ້ຮູ້ທົ່ວກັນ.
ຄາຖາທັມມະບົດ
« ເເມ່ນຄົນຜູ້ທຳບາບ ຍ່ອມເຫັນບາບວ່າດີ ຕະຫຼອດການທີ່ບາບຍັງ
ບໍ່ໃຫ້ຜົນ ເເຕ່ເມື່ອໃດບາບໃຫ້ຜົນ ເມື່ອນັ້ນເຂົາຍ່ອມເຫັນບາບວ່າ
ຊົ່ວ ຝ່າຍຄົນທຳກໍາດີ ຍ່ອມເຫັນກໍາດີວ່າຊົ່ວ ຕະຫຼອດການທີ່ກໍາດີ
ຍັງບໍ່ໃຫ້ຜົນ ເເຕ່ເມື່ອໃດກໍາດີໃຫ້ຜົນ ເມື່ອນັ້ນເຂົາຍ່ອມເຫັນກໍາດີ
ວ່າດີ.
ສະຍາມຣັດ.ຂ.ວັກ 25/19/34. »








