ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

50

ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນກໍລະນີນີ້ ຍ່ອມເຮັດຄວາມປຸງ

ແຕ່ງທາງກາຍ ອັນເປັນໄປດ້ວຍຄວາມບຽດບຽນເເດ່, ບໍ່ເປັນໄປ

ດ້ວຍຄວາມບຽດບຽນເເດ່, ຍ່ອມເຮັດຄວາມປຸງແຕ່ງທາງວາຈາ ອັນ

ເປັນໄປດ້ວຍຄວາມບຽດບຽນແດ່, ບໍ່ເປັນໄປດ້ວຍຄວາມບຽດ

ບຽນແດ່, ຍ່ອມເຮັດຄວາມປຸງແຕ່ງທາງໃຈ ອັນເປັນດ້ວຍຄວາມ

ບຽດບຽນແດ່, ບໍ່ເປັນໄປດ້ວຍຄວາມບຽດບຽນແດ່. ຄັນເຂົາເຮັດ

ຄວາມປຸງແຕ່ງ (ທັງ 3) ດັ່ງນີ້ແລ້ວ ຍ່ອມເຂົ້າເຖິງໂລກ ອັນເປັນໄປ

ດ້ວຍຄວາມບຽດບຽນແດ່ ບໍ່ເປັນໄປດ້ວຍຄວາມບຽດບຽນເເດ່

ຜັດສະທັງຫຼາຍທີ່ເປັນໄປດ້ວຍຄວາມບຽດບຽນແດ່ ບໍ່ເປັນໄປດ້ວຍ

ຄວາມບຽດບຽນແດ່ ຍ່ອມຖືກຕ້ອງເຂົາ ຜູ້ເຂົ້າເຖິງໂລກ ອັນເປັນໄປ

ດ້ວຍຄວາມບຽດບຽນແດ່ ບໍ່ເປັນໄປດ້ວຍຄວາມບຽດບຽນແດ່ ເຂົາ

ອັນຜັດສະທີ່ເປັນໄປດ້ວຍຄວາມບຽດບຽນ ບໍ່ເປັນໄປດ້ວຍຄວາມ

ບຽດບຽນແດ່ຖືກຕ້ອງແລ້ວ ຍ່ອມສະເຫວີຍເວທະນາທີ່ເປັນໄປ

ດ້ວຍຄວາມບຽດບຽນແດ່ ບໍ່ເປັນໄປດ້ວຍຄວາມບຽດບຽນແດ່ ອັນ

ເປັນເວທະນາທີ່ເປັນສຸກ ແລະ ທຸກເຈືອປົນກັນ ດັ່ງເຊັ່ນພວກມະນຸດ

ພວກເທບບາງພວກ ພວກວິນິບາດບາງພວກ.

ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ກໍາທັງດໍາທັງຂາວມີວິບາກທັງດໍາທັງຂາວ.

ພິກຂຸທັງຫຼາຍ ! ກໍາບໍ່ດໍາບໍ່ຂາວ ມີວິບາກບໍ່ດໍາບໍ່ຂາວ

ເປັນໄປເພື່ອຄວາມສິ້ນກໍານັ້ນ ເປັນຢ່າງໃດໜໍ ?

ຄື: ສໍາມາທິດຖິ (ຄວາມເຫັນຖືກຕ້ອງ),

ສໍາມາສັງກັບປະ (ຄວາມດໍາຣິຖືກຕ້ອງ),

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ