ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

49

ຄັນເຂົາເຮັດຄວາມປຸງແຕ່ງ (ທັງສາມ) ດັ່ງນີ້ແລ້ວ ຍ່ອມເຂົ້າເຖິງ

ໂລກອັນເປັນໄປດ້ວຍຄວາມບຽດບຽນ ຜັດສະທັງຫຼາຍອັນເປັນໄປ

ດ້ວຍຄວາມບຽດບຽນ ຍ່ອມຖືກຕ້ອງເຂົາເຊິ່ງເປັນຜູ້ເຂົ້າເຖິງ ໂລກ

ອັນເປັນໄປດ້ວຍຄວາມບຽດບຽນ ເຂົາອັນຜັດສະອັນເປັນໄປດ້ວຍ

ຄວາມບຽດບຽນຖືກຕ້ອງແລ້ວ ຍ່ອມສະເຫວີຍເວທະນາທີ່ເປັນໄປ

ດ້ວຍຄວາມບຽດບຽນ ອັນເປັນທຸກໂດຍສ່ວນດຽວ, ດັ່ງເຊັ່ນ ພວກ

ສັດນະຣົກ.

ພິກຂຸທັງຫຼາຍ ! ນີ້ເອີ້ນວ່າກໍາດໍາມີວິບາກດໍາ.

ພິກຂຸທັງຫຼາຍ ! ກໍາຂາວ ມີວິບາກຂາວ ເປັນຢ່າງໃດໜໍ ?

ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນກໍລະນີນ ີ້ຍ່ອມເຮັດຄວາມປຸງ

ແຕ່ງທາງກາຍ ອັນບໍ່ເປັນໄປດ້ວຍຄວາມບຽດບຽນ, ຍ່ອມເຮັດ

ຄວາມປຸງແຕ່ງທາງວາຈາ ອັນບໍ່ເປັນໄປດ້ວຍຄວາມບຽດບຽນ,

ຍ່ອມເຮັດຄວາມປຸງແຕ່ງທາງໃຈ

ອັນບໍ່ເປັນໄປດ້ວຍຄວາມບຽດ

ບຽນ. ຄັນເຂົາເຮັດຄວາມປຸງແຕ່ງ (ທັງ 3) ດັ່ງນີ້ແລ້ວ ຍ່ອມເຂົ້າ

ເຖິງໂລກອັນບໍ່ເປັນໄປດ້ວຍຄວາມບຽດບຽນ, ຜັດສະທັງຫຼາຍ

ທີ່ບໍ່ເປັນໄປດ້ວຍຄວາມບຽດບຽນ

ຍ່ອມຖືກຕ້ອງເຂົາ ຜູ້ເຂົ້າເຖິງ

ໂລກອັນບໍ່ເປັນໄປດ້ວຍຄວາມບຽດບຽນເຂົາອັນຜັດສະທີ່ບໍ່ເປັນ

ໄປດ້ວຍຄວາມບຽດບຽນຖືກຕ້ອງເເລ້ວ ຍ່ອມສະເຫວີຍເວທະນາ

ທີ່ບໍ່ເປັນໄປດ້ວຍຄວາມບຽດບຽນອັນເປັນສຸກໂດຍສ່ວນດຽວ

ດັ່ງ

ເຊັ່ນ ພວກເທບສຸພະກິນຫາ.

ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ກໍາຂາວມີວິບາກຂາວ.

ພິກຂຸທັງຫຼາຍ ! ກໍາທັງດໍາທັງຂາວ ມີວິບາກທັງດໍາທັງຂາວ ເປັນຢ່າງ

ໃດໜໍ ?

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ