ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
48
ແບ່ງຕາມການກະທຳ ແລະ ຜົນທີ່ໄດ້ຮັບ | 16
ຈຕຸກກ.ອໍ.21/320-321/237
ພິກຂຸທັງຫຼາຍ ! ກໍາ 4 ຢ່າງເຫຼົ່ານີ້ ເຮົາກະທໍາໃຫ້ແຈ້ງດ້ວຍປັນຍາອັນ
ຍິ່ງເອງແລ້ວ ປະກາດໃຫ້ຮູ້ທົ່ວກັນ. ກໍາ 4 ຢ່າງ: ຢ່າງໃດແດ່ໜ ໍ?
ພິກຂຸທັງຫຼາຍ ! ກໍາດຳມີວິບາກດໍາ ກໍ່ມີຢູ່
ພິກຂຸທັງຫຼາຍ ! ກໍາຂາວມີວິບາກຂາວ ກໍມີຢູ່
ພິກຂຸທັງຫຼາຍ ! ກໍາທັງດໍາທັງຂາວ ມີວິບາກທັງດໍາທັງຂາວ ກ່ໍມີຢູ່.
ພິກຂຸທັງຫຼາຍ ! ກໍາບໍ່ດໍາບໍ່ຂາວ ມີວິບາກບໍ່ດໍາບໍ່ຂາວ ເປັນໄປເພື່ອ
ສິ້ນກໍາ ກໍ່ມີຢູ່.
ພິກຂຸທັງຫຼາຍ ! ກໍາດໍາມີວິບາກດໍາ ເປັນຢ່າງໃດໜໍ ?
ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນກໍລະນີນີ້ ຍ່ອມເຮັດຄວາມປຸງ
ແຕ່ງທາງກາຍ ອັນເປັນໄປດ້ວຍຄວາມບຽດບຽນ, ຍ່ອມເຮັດຄວາມ
ປຸງແຕ່ງທາງວາຈາ ອັນເປັນໄປດ້ວຍຄວາມບຽດບຽນ, ຍ່ອມເຮັດ
ຄວາມປຸງແຕ່ງທາງໃຈ ອັນເປັນໄປດ້ວຍຄວາມບຽດບຽນ.








