ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

47

1. ຄວາມສັນລະເສີນ

2. ການໄດ້ມາເຊິ່ງໂພຄະຊັບເຄື່ອງປື້ມໃຈ

3. ຄວາມບັນເທິງໃນສະຫວັນໃນໂລກໜ້າ ຈຶ່ງຮັກສາສີນ.

ຖ້າວ່າບຸກຄົນບໍ່ກະທຳຄວາມຊົ່ວ ແຕ່ເຂົ້າໄປສະມາຄົມກັບບຸກຄົນ ຜູ້

ກະທຳຄວາມຊົ່ວຢູ່ ບຸກຄົນນັ້ນເປັນຜູ້ທີ່ເຂົາລັງກຽດ ເພາະຄວາມຊົ່ວ

ແລະ ໂທດຂອງບຸກຄົນຜູ້ສະມາຄົມກັບຄົນຊົ່ວນີ້ຍ່ອມງອກງາມ.

ບຸກຄົນທີ່ກະທຳຄົນເຊັ່ນໃດໃຫ້ເປັນມິດ ແລະ ເຂົ້າໄປສະມາຄົມກັບ

ຄົນເຊັ່ນນັ້ນ ບຸກຄົນນັ້ນແຫຼະ ຊື່ວ່າເປັນເຊັ່ນດຽວກັບບຸກຄົນນັ້ນ

ເພາະເຫດແຫ່ງການຢູ່ຮ່ວມກັນ.

ຄົນຊົ່ວສ້ອງເສບບຸກຄົນອື່ນ ຜູ້ບໍຣິສຸດໂດຍປົກກະຕິຢູ່ ຍ່ອມເຮັດ

ບຸກຄົນຜູ້ບໍຣິສຸດປົກກະຕິທີ່ສ້ອງເສບຕົນໃຫ້ເປີເປື້ອນດ້ວຍຄວາມ

ຊົ່ວ ເໝືອນລູກສອນທີ່ແຊ່ຢາພິດ ຖືກຢາພິດແລ້ວຍ່ອມເຮັດລູກ

ສອນທີ່ສະອາດ ໃຫ້ເປີເປື້ອນຢາພິດ ສັນນັ້ນ.

ນັກປາດບັນດິດຍ່ອມບໍ່ມີຄົນຊົ່ວເປັນເພື່ອນເລີຍ ເພາະຄວາມຢ້ານ

ກົວ ຄວາມເປິເປື້ອນ(ຄວາມຊົ່ວ), ຄົນໃດຫໍ່ປາເນົ່າໄວ້ດ້ວຍໃບຫຍ້າ

ຄາ ຫຍ້າຄາຂອງຜູ້ນັ້ນຍ່ອມມີກິ່ນເໝັນຟຸ້ງໄປ ການເຂົ້າໄປສະມາ

ຄົມກັບຄົນຊົ່ວຍ່ອມເປັນເຊັ່ນນັ້ນ.

ເພາະສະນັ້ນ ບັນດິດຮູ້ຄວາມສໍາເລັດຜົນແຫ່ງຕົນເໝືອນຫໍ່ໃບໄມ້

ແລ້ວ ຍ່ອມບໍ່ເຂົ້າໄປສະມາຄົມກັບອະສັດຕະບຸຣຸດ ຍ່ອມສະມາຄົມ

ກັບສັດຕະບຸຣຸດ ເພາະວ່າອະສັດຕະບຸຣຸດຍ່ອມນໍາໄປສູ່ນະຣົກ ສັດ

ຕະບຸຣຸດຍ່ອມນໍາໄປສູ່ສຸຄະຕິ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ