ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
46
ການຮັກສາສີນ ນໍາສຸກມາໃຫ້ | 15
ສະບັບຫຼວງເຫັຼ້ມທີ 25/217-218/254
ພິກຂຸທັງຫຼາຍ ! ບັນດິດປາຖະໜາຄວາມສຸກ 3 ປະການນີ້: ຈຶ່ງຮັກ
ສາສີນ 3 ປະການເປັນແນວໃດ ? ຄື: ບັນດິດປາຖະໜາຢູ່ວ່າ:
1. ຂໍຄວາມສັນລະເສີນຈົ່ງມາເຖິງເຮົາ
2. ຂໍໂພຄະສົມບັດຈົ່ງເກີດຂຶ້ນແກ່ເຮົາ
3. ເມື່ອຕາຍໄປ ຂໍເຮົາໄດ້ເຂົ້າເຖິງສຸຄະຕິໂລກສະຫວັນ
ຈຶ່ງຮັກສາສີນ.
ພິກຂຸທັງຫຼາຍ ! ບັນດິດປາຖະໜາຄວາມສຸກ 3 ປະການນີ້ແລຈຶ່ງ
ຮັກສາສີນ. ນັກປາດບັນດິດ ປາຖະໜາຄວາມສຸກ 3 ປະການຄື:








