ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

45

ພິກຂຸທັມມະວິນັຍນີ້ ເປັນຜູ້ປະກອບດ້ວຍຄວາມພຽນ ໃນການຈະ

ເລີນ ໂພທິປັກຂິຍະທັມ 37 ປະການເນື່ອງໆ.

ດູຣາພິກຂຸທັງຫຼາຍ ! ພິກຂຸເປັນຜູ້ມີທັມງາມຢ່າງນີ້ແລ.

ພິກຂຸເປັນຜູ້ມີສີນງາມ ມີທັມງາມ ດ້ວຍປະການດັ່ງນີ້.

ພິກຂຸເປັນຜູ້ມີປັນຍາງາມ ເປັນຢ່າງໃດໜໍ ?

ພິກຂຸທັມມະວິນັຍນີ້ ກະທຳໃຫ້ແຈ້ງເຊິ່ງເຈໂຕວິມຸດ ປັນຍາວິມຸດ

ອັນຫາອາສາວະບໍ່ໄດ້ ເພາະອາສາວະທັງຫຼາຍສິ້ນໄປດ້ວຍປັນຍາອັນ

ຍິ່ງເອງໃນປັນຈຸບັນເຂົ້າເຖິງຢູ່.

ດູຣາພິກຂຸທັງຫຼາຍ ! ພິກຂຸເປັນຜູ້ມີປັນຍາງາມເປັນຢ່າງນີ້ແລ.

ພິກຂຸເປັນຜູ້ມີສີນງາມ ມີທັມງາມ ມີປັນຍາງາມ ດ້ວຍປະການດັ່ງນີ້.

ເຮົາກ່າວວ່າ ເປັນພຣະອະຣະຫັນຕະຂີນາສົບ ຜູ້ຢູ່ຈົບພຣົມມະຈັນ

ເປັນບຸຣຸດສູງສຸດໃນທັມວິນັຍນີ້.

ພິກຂຸໃດບໍ່ມີການທັມຊົ່ວດ້ວຍກາຍ ວາຈາ ໃຈ ພຣະອະຣິຍະເຈົ້າທັງ

ຫຼາຍ ມີພຣະພຸດທະເຈົ້າເປັນຕົ້ນ ກ່າວພິກຂຸຜູ້ມີຫິຣິນັ້ນເເລວ່າ ຜູ້ມີ

ສີນງາມ ພິກຂຸໃດຈະເລີນດີເເລ້ວ ເຊິ່ງທັມທັງຫຼາຍອັນໃຫ້ເຖິງອະຣິ

ຍະມັກຍານະ ເປັນເຄື່ອງຕຣັດສະຮູ້ດີທີ່ຕົນໄດ້ບັນລຸເເລ້ວ ພຣະອະ

ຣິຍະເຈົ້າທັງຫຼາຍ ມີພຣະພຸດທະເຈົ້າເປັນຕົ້ນ ກ່າວພິກຂຸຜູ້ບໍ່ມີກິ

ເລດ ເຄື່ອງຟູຂື້ນນັ້ນເເລວ່າ ຜູ້ມີທັມງາມ ພິກຂຸໃດຮູ້ຊັດເຈນ ເຊິ່ງ

ຄວາມສິ້ນ ໄປເເຫ່ງທຸກຂອງຕົນໃນອັດຕະພາບນີ້ເເລ ພຣະອະຣິຍະ

ເຈົ້າທັງຫຼາຍ ມີພຣະພຸດທະເຈົ້າເປັນຕົ້ນ ກ່າວພິກຂຸຜູ້ບໍ່ມີອາສະວະ

ສົມບູນດ້ວຍທັມເຫຼົ່ານັ້ນ ຜູ້ບໍ່ມີທຸກ ຕັດຄວາມສົງໄສໄດ້ເເລ້ວ ບໍ່

ອາໄສລະກິເລດທັງໝົດໃນໂລກທັງປວງວ່າ ຜູ້ມີປັນຍາງາມ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ