ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

44

ສີນເປັນທັມທີ່ເຮັດໃຫ້ງົດງາມ | 14

ສະບັບຫຼວງ ເຫຼັ່ມທີ່ 25/237/276-277

ດູຣາພິກຂຸທັງຫຼາຍ ! ພິກຂຸຜູ້ມີສີນງາມ ມີທັມອັນງາມ ມີປັນຍາ

ອັນງາມ ເຮົາກ່າວວ່າ ເປັນພຣະອະຣະຫັນຕະຂີນາສົບ ຜູ້ຢູ່ຈົບພຣົມ

ມະຈັນ ເປັນບຸຣຸດຜູ້ສູງສຸດໃນທັມວິນັຍນີ້.

ດູຣາພິກຂຸທັງຫຼາຍ ! ພິກຂຸເປັນຜູ້ມີສີນງາມເປັນຢ່າງໃດ ?

ພິກຂຸໃນທັມວິນັຍນີ້ ເປັນຜູ້ມີສີນສໍາລວມແລ້ວດ້ວຍຄວາມສໍາ

ລວມໃນປາຕິໂມກ ເຖິງພ້ອມດ້ວຍອາຈາຣະ ແລະ ໂຄຈອນ ມີປົກ

ກະຕິເຫັນໄພໃນໂທດມີປະມານໜ້ອຍ ສະມາທານສຶກສາຢູ່ໃນສິກ

ຂາບົດທັງຫຼາຍ.

ດູຣາພິກຂຸທັງຫຼາຍ ! ພິກຂຸເປັນຜູ້ມີສີນງາມຢ່າງນີ້ແລ ພິກຂຸເປັນຜູ້

ມີສີນງາມດ້ວຍປະການດັ່ງນີ້.

ພິກຂຸເປັນຜູ້ມີທັມງາມ ເປັນຢ່າງໃດ ?

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ