ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

43

ປັນຍາກໍຊໍາລະສີນໃຫ້ບໍຣິສຸດຄືກັນ ສີນຢູ່ທີ່ໃດ ປັນຍາຢູ່ທີ່ນັ້ນ

ປັນຍາຢູ່ທີ່ໃດ ສີນຢູ່ທີ່ນັ້ນ ຜູ້ມີສີນກໍມີປັນຍາ, ຜູ້ມີປັນຍາກໍມີສີນ

ບັນດິດທັງຫຼາຍຍ່ອມກ່າວເຖິງສີນ ແລະ ປັນຍາວ່າເປັນຂອງເລີດ

ໃນໂລກ ເຊັ່ນນັ້ນເໝືອນກັນ.

ພຣາມ ! ຂໍ້ນັ້ນເປັນຢ່າງນັ້ນແຫຼະພຣາມ ສີນຍ່ອມຊໍາລະປັນຍາໃຫ້

ບໍຣິສຸດ ແລະ ປັນຍາກໍຍ່ອມຊໍາລະສີນໃຫ້ບໍຣິສຸດຄືກັນ ສີນຢູ່ທີ່ໃດ

ປັນຍາຢູ່ທີ່ນັ້ນ ປັນຍາຢູ່ທີ່ໃດ ສີນຢູ່ທີ່ນັ້ນ ຜູ້ມີສີນກໍມີປັນຍາ ຜູ້ມີ

ປັນຍາກໍມີສີນ ບັນດິດທັງຫຼາຍ ຍ່ອມກ່າວເຖິງສີນ ແລະ ປັນຍາວ່າ

ເປັນຂອງເລີດໃນໂລກ.

ພຣາມ ! ປຽບເໝືອນຄົນລ້າງມືດ້ວຍມື ຫຼື ລ້າງຕີນດ້ວຍຕີນ ເຊັ່ນ

ໃດ ສີນຍ່ອມຊໍາລະປັນຍາໃຫ້ບໍຣິສຸດ ແລະ ປັນຍາກໍຊໍາລະສີນໃຫ້ບໍ

ຣິສຸດຄືກັນ ສີນຢູ່ທີ່ໃດ ປັນຍາຢູ່ທີ່ນັ້ນ ປັນຍາຢູ່ທີ່ໃດ ສີນຢູ່ທີ່ນັ້ນ

ຜູ້ມີສີນ ກໍມີປັນຍາ ຜູ້ມີປັນຍາກໍມີສີນ ບັນດິດທັງຫຼາຍ ຍ່ອມກ່າວ

ເຖິງສີນ ແລະ ປັນຍາວ່າ ເປັນຂອງເລີດໃນໂລກ ເຊັ່ນນັ້ນເໝືອນ

ກັນ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ