ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
42
ສີນຢູ່ຄຽງຄູ່ກັບປັນຍາສະເໝີ | 13
ສີ.ທີ.9/158/193
ພຣາມ ! ບັນດາອົງສອງປະການນີ້ ຈະຍົກເວັ້ນເສຍອົງໜຶ່ງ ເເລ້ວ
ບັນຍັດ ຄົນຜູ້ປະກອບດ້ວຍອົງພຽງປະການດຽວ ວ່າເປັນພຣາມ
ແລະ ຄົນຜູ້ປະກອບດ້ວຍອົງພຽງປະການດຽວ ເມື່ອກ່າວວ່າ ຕົນ
ເປັນພຣາມ ໄດ້ຊື່ວ່າກ່າວຖືກຕ້ອງ ບໍ່ຕ້ອງກ່າວຕົວະດ້ວຍຄໍາບໍ່ຈິ່ງ
ຈະໄດ້ ຫຼື ບໍ່ ?
ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ຂໍ້ນີ້ບໍ່ໄດ້ ເພາະສີນຍ່ອມຊໍາລະປັນຍາ
ໃຫ້ບໍຣິສຸດ ແລະ ປັນຍາກໍຊໍາລະສີນໃຫ້ບໍຣິສຸດຄືກັນ ສີນຢູ່ທີ່
ໃດປັນຍາຢູ່ທີ່ນັ້ນ ປັນຍາຢູ່ທີ່ໃດສີນຢູທ່ີ່ນັ້ນ ຜູ້ມີສີນກໍມີປັນຍາ,
ຜູ້ມີປັນຍາກໍມີສີນ.
ຂ້າແຕ່ພຣະໂຄດົມຜູ້ຈະເຣິີນ ! ປຽບເໝືອນຄົນລ້າງມືດ້ວຍມື ຫຼື
ລ້າງຕີນດ້ວຍຕີນ ເຊັ່ນໃດ ສີນ ຍ່ອມຊໍາລະປັນຍາໃຫ້ບໍຣິສຸດ ແລະ








