ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
36
ອັນເສົ້າຫມອງ ມີປະມານເທົ່າໃດ ເຮົາລະໄປແລ້ວຍ່ອມໄປສູ່ຄະຕິ
ນັ້ນ ເຂົາຍ່ອມເສົ້າໂສກ...ໆລໆ.
ພຣາມ ! ແມ່ນບຸກຄົນນີ້ເເຫຼະ ຜູ້ມີຄວາມຕາຍເປັນທັມມະດາ ຍ່ອມ
ຢ້ານ ຍ່ອມເຖິງຄວາມຫວັ່ນກົວຕໍ່ຄວາມຕາຍ.
- ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ມີຄວາມສົງໄສ ລະແວງແຄງໃຈ
ບໍ່ເຖິງຄວາມແນ່ໃຈໃນພຣະສັດທັມ ມີໂຣກໜັກຢ່າງໃດຢ່າງໜຶ່ງ
ຖືກຕ້ອງເຂົາ ເມື່ອເຂົາມີໂຣກໜັກຢ່າງໃດຢ່າງໜຶ່ງຖືກຕ້ອງເຂົາ
ແລ້ວ ຍ່ອມມີຄວາມປະຣິວິຕົກຢ່າງນີ້ວ່າ: ເຮົາມີຄວາມສົງໄສ ລະ
ແວງແຄງໃຈ ບໍ່ເຖິງຄວາມແນ່ໃຈໃນພຣະສັດທັມ ເຂົາຍ່ອມເສົ້າ
ໂສກ...ໆລໆ.
ພຣາມ ! ແມ່ນບຸກຄົນນີ້ແຫຼະ ຜູ້ມີຄວາມຕາຍເປັນທັມມະດາ ຍ່ອມ
ຢ້ານ ຍ່ອມເຖິງຄວາມຫວັ່ນກົວຕໍ່ຄວາມຕາຍ.
ພຣາມ ! ບຸກຄົນ 4 ຈໍາພວກນີ້ ມີຄວາມຕາຍເປັນທັມມະດາ ຍ່ອມ
ຢ້ານ ຍ່ອມເຖິງຄວາມຫວັ່ນກົວຕໍ່ຄວາມຕາຍ.
ພຣາມ ! ບຸກຄົນມີຄວາມຕາຍເປັນທັມມະດາ ຍ່ອມບໍ່ຢ້ານ ບໍ່ເຖິງ
ຄວາມຫວັ່ນກົວຕໍ່ຄວາມຕາຍ ເປັນຢ່າງໃດໜໍ ?
- ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ປາສະຈາກຄວາມກໍາໜັດ ປາສະ
ຈາກຄວາມພໍໃຈ ປາສະຈາກຄວາມຮັກ ປາສະຈາກຄວາມຫິວ ປາ
ສະຈາກຄວາມອັ່ງຮ້ອນ ປາສະຈາກຄວາມທະຍານຢາກໃນກາມ ທັງ
ຫຼາຍ ມີໂຣກໜັກຢ່າງໃດຢ່າງໜຶ່ງຖືກຕ້ອງເຂົາ ເມື່ອເຂົາມີໂຣກ
ໜັກຢ່າງໃດຢ່າງໜຶ່ງຖືກຕ້ອງເຂົາແລ້ວ ຍ່ອມບໍ່ມີຄວາມປະຣິວິຕົກ
ຢ່າງນີ້ວ່າ ກາມທັງຫລາຍອັນເປັນທີ່ຮັກ ຈັກລະເຮົາໄປເສຍແລ້ວໜໍ
ແລະ ເຮົາກໍຈັກລະກາມອັນເປັນທີ່ຮັກໄປ ເຂົາຍ່ອມບໍ່ເສົ້າໂສກຍ່ອມ








