ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
35
ຍ່ອມເສົ້າໂສກລະທົມໃຈ ຄໍ່າຄວນຕີເອິກຮ້ອງໄຫ້ເຖິງຄວາມຫຼົງໄຫຼ
ພຣາມ ! ບຸກຄົນນີ້ແຫຼະ ຜູ້ເຖິງຄວາມຕາຍເປັນທັມມະດາ ຍ່ອມ
ຢ້ານ ຍ່ອມເຖິງຄວາມຫວັ່ນກົວຕໍ່ຄວາມຕາຍ.
- ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ຍັງບໍ່ປາສະຈາກຄວາມກໍາໜັດ
ຍັງບໍ່ປາສະຈາກຄວາມພໍໃຈ ຍັງບໍ່ປາສະຈາກຄວາມຮັກ ຍັງບໍ່ປາສະ
ຈາກຄວາມຫິວ ຍັງບໍ່ປາສະຈາກຄວາມອັ່ງຮ້ອນ ຍັງບໍ່ປາສະຈາກ
ຄວາມທະຍານຢາກໃນກາຍ ມີໂຣກໜັກຢ່າງໃດຢ່າງໜຶ່ງຖືກຕ້ອງ
ເຂົາ ເມື່ອໂຣກໜັກຢ່າງໃດຢ່າງໜຶ່ງຖືກຕ້ອງເຂົາແລ້ວ ຍ່ອມມີ
ຄວາມປະຣິວິຕົກຢ່າງນີ້ວ່າ: ກາຍອັນເປັນທີ່ຮັກ ຈັກລະເຮົາໄປແລ້ວ
ໜໍ ແລະ ເຮົາກໍຈັກລະກາຍອັນເປັນທີ່ຮັກໄປ ເຂົາຍ່ອມເສົ້າໂສກ
....ໆລໆ.
ພຣາມ ! ແມ່ນບຸກຄົນນີ້ເເຫຼະ ຜູ້ມີຄວາມຕາຍເປັນທັມມະດາ ຍ່ອມ
ຢ້ານ ຍ່ອມເຖິງຄວາມຫວັ່ນກົວຕໍ່ຄວາມຕາຍ.
- ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ບໍ່ໄດ້ເຮັດຄວາມດີໄວ້ ບໍ່ໄດ້ເຮັດ
ກຸສົນໄວ້ ບໍ່ໄດ້ສ້າງເຄື່ອງປ້ອງກັນຄວາມຢ້ານໄວ້ ເຮັດແຕ່ບາບ ເຮັດ
ແຕ່ກັມອັນຫຍາບຊ້າ ເຮັດແຕ່ກັມທີ່ເສົ້າໝອງ ມີໂຣກໜັກຢ່າງໃດ
ຢ່າງໜຶ່ງຖືກຕ້ອງເຂົາ ເມື່ອເຂົາມີໂຣກໜັກຢ່າງໃດຢ່າງໜຶ່ງຖືກຕ້ອງ
ເຂົາແລ້ວ ຍ່ອມມີຄວາມປະຣິວິຕົກຢ່າງນີ້ວ່າ ເຮົາບໍ່ໄດ້ເຮັດຄວາມດີ
ໄວ້ ບໍ່ໄດ້ເຮັດກຸສົນໄວ້ ບໍ່ໄດ້ສ້າງເຄື່ອງປ້ອງກັນຄວາມຢ້ານໄວ້ ເຮັດ
ແຕ່ບາບ ເຮັດແຕ່ກັມອັນຫຍາບຊ້າ ເຮັດແຕ່ກັມອັນເສົ້າໝອງ ຄະຕິ
ຂອງຄົນບໍ່ໄດ້ເຮັດຄວາມດີ ບໍ່ໄດ້ເຮັດກຸສົນ ບໍ່ໄດ້ສ້າງເຄື່ອງປ້ອງກັນ
ຄວາມຢ້ານ ເຮັດແຕ່ບາບ ເຮັດແຕ່ກັມອັນຫຍາບຊ້າ ເຮັດແຕ່ກັມ








