ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

37

ຍ່ອມບໍ່ລະທົມໃຈ ບໍ່ຄໍ່າຄວນ ບໍ່ຕີເອິກຮ້ອງໄຫ້ ບໍ່ເຖິງຄວາມຫຼົງໄຫຼ.

ພຣາມ ! ບຸກຄົນນີ້ແຫຼະ ເປັນຜູ້ມີຄວາມຕາຍເປັນທັມມະດາ ຍ່ອມບໍ່

ຢ້ານ ບໍ່ເຖິງຄວາມຫວັ່ນກົວຕໍ່ຄວາມຕາຍ.

- ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ປາສະຈາກຄວາມກໍາໜັດ ປາສະ

ຈາກຄວາມພໍໃຈ ປາສະຈາກຄວາມຮັກ ປາສະຈາກຄວາມຫິວ ປາ

ສະຈາກຄວາມອັ່ງຮ້ອນ ປາສະຈາກຄວາມທະຍານຢາກໃນກາຍ ມີ

ໂຣກໜັກຢ່າງໃດຢ່າງໜຶ່ງຖືກຕ້ອງເຂົາ ເມື່ອເຂົາມີໂຣກຢ່າງໃດຢ່າງ

ໜຶ່ງຖືກຕ້ອງເຂົາແລ້ວ ຍ່ອມບໍ່ມີປະຣິວິຕົກຢ່າງນີ້ວ່າ ກາຍອັນເປັນ

ທີ່ຮັກຈັກລະເຮົາໄປແລ້ວໜໍ ແລະ ເຮົາກໍຈັກລະກາຍອັນເປັນທີ່ຮັກ

ນີ້ໄປ ເຂົາຍ່ອມບໍ່ເສົ້າໂສກ...ໆລໆ.

- ບຸກຄົນບາງຄົນໃນໂລກນີ້ເປັນຜູ້ບໍ່ໄດ້ເຮັດບາບ ບໍ່ໄດ້ເຮັດກັມທີ່

ຫຍາບຊ້າ ບໍ່ໄດ້ເຮັດກັມທີ່ເສົ້າໝອງ ເປັນຜູ້ເຮັດຄວາມດີໄວ້ ເຮັດກຸ

ສົນໄວ້ ເຮັດກັມເຄື່ອງປ້ອງກັນຄວາມຢ້ານໄວ້ ມີໂຣກໜັກຢ່າງໃດ

ຢ່າງໜຶ່ງຖືກຕ້ອງເຂົາ ເມື່ອເຂົາມີໂຣກໜັກຢ່າງໃດຢ່າງໜຶ່ງຖືກຕ້ອງ

ເຂົາແລ້ວ ຍ່ອມມີຄວາມປະຣິວິຕົກຢ່າງນີ້ວ່າ: ເຮົາບໍ່ໄດ້ເຮັດກັມອັນ

ເປັນບາບ ບໍ່ໄດ້ເຮັດກັມຫຍາບຊ້າ ບໍ່ໄດ້ເຮັດກັມທີ່ເສົ້າໝອງ ເປັນຜູ້

ເຮັດກັມດີໄວ້ ເຮັດກຸສົນໄວ້ ເຮັດກັມເຄື່ອງປ້ອງກັນຄວາມຢ້ານ

ໄວ້ຄະຕິຂອງຜູ້ບໍ່ໄດ້ເຮັດບາບໄວ້ ບໍ່ໄດ້ເຮັດກັມຫຍາບຊ້າ ບໍ່ໄດ້ເຮັດ

ກັມທີ່ເສົ້າຫມອງ ເຮັດກັມດີໄວ້ ເຮັດກຸສົນໄວ້ ເຮັດກັມເຄື່ອງປ້ອງ

ກັນຄວາມຢ້ານໄວ້ພຽງໃດ ເຮົາລະໄປແລ້ວ ຈະໄປສູ່ຄະຕິນັ້ນ ເຂົາ

ຍ່ອມບໍ່ເສົ້າໂສກ...ໆລໆ.

ພຣາມ ! ແມ່ນບຸກຄົນນັ້ນແຫຼະ ມີຄວາມຕາຍເປັນທັມມະດາ ຍ່ອມ

ບໍ່ຢ້ານ ຍ່ອມບໍ່ເຖິງຄວາມຫວັ່ນກົວຕໍ່ຄວາມຕາຍ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ