ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

34

ເຫດທີ່ສັດບາງພວກຢ້ານຕາຍ ບາງພວກບໍ່ຢ້ານຕາຍ | 10

ບາລີ ຈຕຸກກ. ອໍ. 21/235-238/184

ພຣາມ ! ສັດຜູ້ມີຄວາມຕາຍເປັນທັມມະດາ ຍ່ອມຢ້ານເຖິງຄວາມ

ຫວັ່ນກົວຕໍ່ຄວາມຕາຍມີຢູ່, ສັດຜູ້ມີຄວາມຕາຍເປັນທັມມະດາ

ຍ່ອມບໍ່ຢ້ານ ບໍ່ເຖິງຄວາມຫວັ່ນກົວຕໍ່ຄວາມຕາຍມີຢູ່.

ພຣາມ ! ກໍສັດຜູ້ມີຄວາມຕາຍເປັນທັມມະດາ ຍ່ອມຢ້ານ ຍ່ອມ

ເຖິງຄວາມຫວັ່ນກົວຕໍ່ຄວາມຕາຍ ເປັນຢ່າງໃດໜໍ ?

- ບຸກຄົນບາງຄົນໃນໂລກນີ້ເປັນຜູ້ ຍັງບໍ່ປາສະຈາກຄວາມກໍາໜັດ

ຍັງບໍ່ປາສະຈາກຄວາມພໍໃຈ ຍັງບໍ່ປາສະຈາກຄວາມຮັກ ຍັງບໍ່ປາສະ

ຈາກຄວາມຫິວ ຍັງບໍ່ປາສະຈາກຄວາມອັ່ງຮ້ອນ ຍັງບໍ່ປາສະ

ຈາກຄວາມທະຍານຢາກໃນກາມທັງຫຼາຍມີໂຣກໜັກຢ່າງໃດຢ່າງ

ໜຶ່ງຖືກຕ້ອງເຂົາ ເມື່ອເຂົາມີໂຣກໜັກຢ່າງໃດຢ່າງໜຶ່ງຖືກຕ້ອງເຂົາ

ແລ້ວຍ່ອມມີຄວາມປະຣິວິຕົກຢ່າງນີ້ວ່າກາມອັນເປັນທີ່ຮັກຈັກ

ລະເຮົາໄປເສຍແລ້ວໜໍ ແລະ ເຮົາກໍຈະຕ້ອງລະກາມອັນເປັນທີ່ຮັກ

ໄປເຂົາ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ