ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
33
ກັນ ແລະ ກັນ ແຕ່ແລ້ວກໍບໍ່ສາມາດເປັນຜູ້ຢູ່ຢ່າງ ບໍ່ມີເວນ ບໍ່ມີອາດ
ຍາ ບໍ່ມີຂ້າເສິກ ບໍ່ມີການບຽດບຽນແກ່ກັນ ແລະ ກັນໄດ້.
ຂ້າແຕ່ພຣະອົງຜູ້ນິຣະທຸກ ! ກໍຄວາມອິດສາ ແລະ ຄວາມຂີ້ຖີ່ນ້ັນມີ
ອັນໃດເປັນຕົ້ນເຫດ (ນິທານະ) ມີອັນໃດເປັນເຄື່ອງກໍ່ຂຶ້ນ (ສະມຸທະ
ຍະ) ມີອັນໃດເປັນເຄື່ອງເຮັດໃຫ້ເກີດ (ຊາຕະກະ) ມີອັນໃດເປັນ
ແດນເກີດ (ປະພະວະ) ?
ເມື່ອອັນໃດມີຢູ່ ຄວາມອິດສາ ແລະ ຄວາມຂີ້ຖີ່ຈຶ່ງມີ ?
ເມື່ອອັນໃດບໍ່ມີຢູ່ ຄວາມອິດສາ ແລະ ຄວາມຂີ້ຖີ່ຈຶ່ງບໍ່ມີ ຂ້ານ້ອຍ ?
ຈອມເທບ ! ຄວາມອິດສາ ແລະ ຄວາມຂີ້ຖີ່ນັ້ນ ມີສິ່ງອັນເປັນທີ່
ຮັກ ແລະ ສິ່ງອັນບໍ່ເປັນທີ່ຮັກ (ປິຢາບປິຢະ) ນັ້ນແຫຼະເປັນຕົ້ນເຫດ
ເມື່ອສິ່ງເປັນທີ່ຮັກ ແລະ ສິ່ງບໍ່ເປັນທີ່ຮັກບໍ່ມີຢູ່ ຄວາມອິດສາ ແລະ
ຄວາມຂີ້ຖີ່ ກໍບໍ່ມີ.
ຂ້າແຕ່ພຣະອົງຜູ້ນິຣະທຸກ ! ກໍ່ສິ່ງເປັນທີ່ຮັກ ແລະ ສິ່ງບໍ່ເປັນທີ່ຮັກ
ນັ້ນເດໜໍ ມີອັນໃດເປັນຕົ້ນເຫດ ?
ເມື່ອອັນໃດມີຢູ່ ສິ່ງເປັນທີ່ຮັກ ແລະ ສິ່ງບໍ່ເປັນທີ່ຮັກຈຶ່ງມີ ?
ເມື່ອອັນໃດບໍ່ມີຢູ່ ສິ່ງເປັນທີ່ຮັກ ແລະ ສິ່ງບໍ່ເປັນທີ່ຮັກຈຶ່ງບໍ່ມີ
ຂ້ານ້ອຍ ?
ຈອມເທບ ! ສິ່ງເປັນທີ່ຮັກ ແລະ ສິ່ງບໍ່ເປັນທີ່ຮັກນັ້ນ ມີສັນທະ
(ຄວາມພໍໃຈ) ເປັນຕົ້ນເຫດ ເມື່ອສັນທະບໍ່ມີຢູ່ ສິ່ງເປັນທີ່ຮັກ ແລະ
ສິ່ງບໍ່ເປັນທີ່ຮັກ ກໍ່ບໍ່ມີ.








