ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

30

ແລ້ວບໍ່ເກັບມາບອກຝ່າຍນີ້ ເພື່ອທຳລາຍຝ່າຍນັ້ນ ແຕ່ຈະສະໝານ

ຄົນທີ່ແຕກກັນແລ້ວ ໃຫ້ກັບມາພ້ອມພຽງກັນ ອຸດໜູນຄົນທີ່ພ້ອມ

ພຽງກັນ. ຢູ່ໃຫ້ພ້ອມພຽງກັນຍິ່ງຂຶ້ນ ເປັນຄົນມັກໃນການພ້ອມພຽງ

ກັນ ເປັນຄົນຍິນດີໃນການພ້ອມພຽງ ເປັນຄົນພໍໃຈໃນການພ້ອມ

ພຽງ ກ່າວແຕ່ວາຈາທີ່ເຮັດໃຫ້ພ້ອມພຽງກັນ.

(3) ລະການກ່າວຄໍາຫຍາບ ເວັ້ນຂາດຈາກການກ່າວຄໍາຫຍາບ ກ່າວ

ແຕ່ວາຈາທີ່ບໍ່ມີໂທດ ມ່ວນຫູໃຫ້ເກີດຄວາມຮັກ ເປັນຄໍາຊູໃຈ ເປັນ

ຄຳສຸພາບທີ່ຊາວເມືອງເຂົາເວົ້າກັນ ເປັນທີ່ພໍໃຈຂອງມະຫາຊົນກ່າວ

ແຕ່ວາຈາເຊັ່ນນັ້ນຢູ່.

(4) ລະຄຳເວົ້າໂລເລ ເວັ້ນຂາດຈາກຄໍາເວົ້າໂລເລ ກ່າວແຕ່ໃນເວລາ

ອັນສົມຄວນ ກ່າວແຕ່ຄຳຈິງ ເປັນປະໂຫຍດ ເປັນທັມ ເປັນວິນັຍ

ກ່າວແຕ່ວາຈາມີທີ່ຕັ້ງ ມີຫຼັກຖານທີ່ອ້າງອີງ ມີເວລາຈົບ ປະກອບ

ດ້ວຍປະໂຫຍດ ສົມຄວນແກ່ເວລາ.

ຈຸນທະ ! ຢ່າງນີ້ແລ ເປັນຄວາມສະອາດທາງວາຈາ 4 ຢ່າງ:

ຈຸນທະ ! ຄວາມສະອາດທາງໃຈ ມີ 3 ຢ່າງ ເປັນຢ່າງໃດໜໍ ?

ຈຸນທະ ! ບຸກຄົນບາງຄົນໃນກໍລະນີນີ້:

(1) ເປັນຜູ້ບໍ່ອັ່ງໄປດ້ວຍອະພິດຊາ ຄື: ເປັນຜູ້ບໍ່ໂລບເພັ່ງເລັງວັດຖຸອຸ

ປະກອນແຫ່ງຊັບຂອງຜູ້ອື່ນວ່າ “ ສິ່ງໃດເປັນຂອງຜູ້ອື່ນ ສິ່ງນັ້ນຈົ່ງ

ເປັນຂອງເຮົາ ” ດັ່ງນີ້.

(2) ເປັນຜູ້ບໍ່ມີຈິດພະຍາບາດ ມີຄວາມດໍາຣິແຫ່ງໃຈ ອັນບໍ່ປະທຸດ

ສະຮ້າຍວ່າ: “ ສັດທັງຫຼາຍເຫຼົ່ານີ້ ຈົ່ງເປັນຜູ້ບໍ່ມີເວນ ບໍ່ມີຄວາມບຽດ

ບຽນ ບໍ່ມີທຸກ ມີສຸກ ບໍລິຫານຕົນຢູ່ເຖີດ ” ດັ່ງນີ້ເປັນຕົ້ນ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ