ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
31
(3) ເປັນຜູ້ມີຄວາມເຫັນຖືກຕ້ອງ ມີທັດສະນະບໍ່ວິປະຣິດວ່າ “ ທານ
ທີ່ໃຫ້ແລ້ວ ມີ(ຜົນ), ຍັນທີ່ບູຊາແລ້ວ ມີ(ຜົນ), ການບູຊາທີ່ບູຊາ
ແລ້ວ ມີ(ຜົນ), ຜົນວິບາກແຫ່ງກໍາທີ່ສັດເຮັດດີເຮັດຊົ່ວ ມີ, ໂລກນີ້
ມີ, ໂລກອື່ນ ມີ, ມານດາ ມີ, ບິດາ ມີ, ໂອປະປາຕິກະສັດ ມີ, ສະ
ມະນະພຣາມຜູ້ດຳເນີນໄປ ໂດຍຊອບເອງ ແລ້ວປະກາດໃຫ້ຜູ້ອື່ນຮູ້
ກໍມີ ” ດັ່ງນີ້.
ຈຸນທະ ! ຢ່າງນີ້ແລ ເປັນຄວາມສະອາດທາງໃຈ 3 ຢ່າງ.
ຈຸນທະ ! ເຫຼົ່ານີ້ແລ ເອີ້ນວ່າ: ກຸສົນກໍາມະບົດສິບ.
ຈຸນທະ ! ອັນໜຶ່ງ ເພາະມີການປະກອບດ້ວຍກຸສົນກໍາມະບົດທັງ 10
ປະການເຫຼົ່ານີ້ເປັນເຫດ ພວກເທບຈຶ່ງປາກົດ ພວກມະນຸດຈຶ່ງປາ
ກົດ ຫຼື ວ່າສຸຄະຕິໃດໆ ແມ່ນອື່ນອີກ ຍ່ອມມີ.
ພິກຂຸທັງຫຼາຍ ! ບຸກຄົນຜູ້ປະກອບດ້ວຍ 10 ປະການນີ້ແລ ຍ່ອມ
ເປັນຄື ບຸກຄົນຜູ້ຖືກນຳໂຕໄປເກັບໄວ້ໃນສະຫວັນ.
ຄາຖາທັມມະບົດ
« ພິກຂຸມີທັມເປັນທີ່ມາຍິນດີ ຍິນດີເເລ້ວໃນທັມ ໄຄ່ຄວນທັມ
ລະລຶກເຖິງທັມຢູ່ ຍ່ອມບໍ່ເສື່ອມຈາກສັດທັມ.
ສະຍາມຣັດ.ຂ.ວັກ.25/35/77. »








