ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

29

(2) ລະການຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ ເວັ້ນຂາດຈາກການ

ຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ ບໍ່ຖືເອົາຊັບ ແລະ ອຸປະກອນແຫ່ງ

ຊັບອັນເຈົ້າຂອງບໍ່ໄດ້ໃຫ້ ໃນບ້ານກໍດີ ໃນປ່າກໍດີ ດ້ວຍອາການ

ແຫ່ງຂີ້ລັກ.

(3) ລະການປະພຶດຜິດໃນກາມ ເວັ້ນຂາດຈາກການປະພຶດຜິດໃນ

ກາມ, (ຄື: ເວັ້ນຂາດຈາກການປະພຶດຜິດ) ໃນຍິງເຊິ່ງມານດາຮັກສາ

ບິດາຮັກສາ ອ້າຍ ນ້ອງຊາຍ ເອື້ອຍ ນ້ອງສາວ ຫຼື ຍາດຮັກສາ ອັນ

ທັມຮັກສາ ເປັນຍິງມີສາມີ ຍິງຢູ່ໃນສິນໄໝ ໂດຍທີ່ສຸດແມ່ນຍິງອັນ

ເຂົາໝັ້ນໄວ້ (ດ້ວຍການຄ້ອງພວງມາໄລ) ເປັນຜູ້ບໍ່ປະພຶດຜິດຈາຮີດ

ໃນຮູບແບບເຫຼົ່ານັ້ນ.

ຈຸນທະ ! ຢ່າງນີ້ແລ ເປັນຄວາມສະອາດທາງກາຍ 3 ຢ່າງ.

ຈຸນທະ ! ຄວາມສະອາດທາງວາຈາ ມີ 4 ຢ່າງ ເປັນຢ່າງໃດໜໍ ?

ຈຸນທະ ! ບຸກຄົນບາງຄົນໃນກໍລະນີນີ້:

(1) ລະການເວົ້າຕົວະ ເວັ້ນຂາດຈາກການເວົ້າຕົວະ ໄປສູ່ສະພາກໍດີ

ໄປສູ່ບໍຣິສັດກໍດີ ໄປສູ່ທ່າມກາງໝູ່ຍາດກໍດີ ໄປສູ່ທ່າມກາງສາລາ

ປະຊາຄົມກໍດີ ໄປສູ່ທ່າມກາງຣາຊະສະກຸນກໍດີ ອັນເຂົານຳໄປເປັນ

ພະຍານ ຖາມວ່າ: “ ບຸຣຸດຜູ້ຈະເລີນ ! ທ່ານຮູ້ຢ່າງໃດ ທ່ານຈົ່ງກ່າວ

ໄປຢ່າງນັ້ນ ” ດັ່ງນີ້ ບຸຣຸດນັ້ນ ເມື່ອບໍ່ຮູ້ກໍກ່າວວ່າບໍ່ຮູ້ ເມື່ອຮູ້ກໍກ່າວ

ວ່າຮູ້ ເມື່ອບໍ່ເຫັນກໍກ່າວວ່າບໍ່ເຫັນ ເມື່ອເຫັນກໍກ່າວວ່າເຫັນເພາະ

ເຫດຕົນເອງ ເພາະເຫດຜູ້ອື່ນ ຫຼື ເພາະເຫດເຫັນແກ່ອາມິດຕ່າງໆກໍ

ເປັນຜູ້ບໍ່ກ່າວຕົວະທັງທີ່ຮູ້ຢູ່.

(2) ລະຄຳສໍ່ສຽດ ເວັ້ນຂາດຈາກຄຳສໍ່ສຽດ ໄດ້ຟັງຈາກຝ່າຍນີ້ແລ້ວ

ບໍ່ເກັບໄປບອກອີກຝ່າຍນັ້ນ ເພື່ອທຳລາຍຝ່າຍນີ້ ຫຼື ຟັງຈາກຝ່າຍນັ້ນ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ