ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

21

ເຫດທີ່ເຮັດໃຫ້ມະນຸດຈຳນວນຫຼຸດລົງ | 06

ເອກ.ອໍ.20/203/496

ຂ້າແຕ່ພຣະໂຄດົມຜູ້ຈະເລີນ ! ຂ້ານ້ອຍໄດ້ຟັງມາຕໍ່ບຸຣະພຣາມຜູ້ເຖົ້າ

ຜູ້ແກ່ ຜູ້ເປັນອາຈານ ແລະ ນັກປາດອາຈານກ່າວໄວ້ວ່າ ໄດ້ຍິນວ່າ

ແຕ່ກ່ອນໂລກນີ້ ຍ່ອມໜາແໜ້ນດ້ວຍໝູ່ມະນຸດ ເໝືອນອະເວຈີ

ມະຫານະຣົກ ບ້ານ ນິຄົມ ຊົນນະບົດ ແລະ ຣາຊະທານີ ມີທຸກລະຍະ

ໄກ່ບິນຕົກ ດັ່ງນີ້.

ຂ້າແຕ່ພຣະໂຄດົມຜູ້ຈະເລີນ ! ອັນໃດໜໍ ເປັນເຫດເປັນປັດໃຈເຄື່ອງ

ເຮັດໃຫ້ມະນຸດທຸກມື້ນີ້ໝົດໄປ ປາກົດວ່າມີໜ້ອຍ ແມ່ນບ້ານກໍບໍ່

ເປັນບ້ານ ແມ່ນນິຄົມກໍບໍ່ເປັນນິຄົມ ແມ່ນນະຄອນກໍບໍ່ເປັນນະຄອນ

ແມ່ນຊົນນະບົດກໍບໍ່ເປັນຊົນນະບົດ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ