ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

22

ພຣາມ ! ທຸກມື້ນີ້ ມະນຸດກຳໜັດແລ້ວດ້ວຍຄວາມກຳໜັດຜິດທັມ

ຖືກຄວາມໂລບຢ່າງຮ້າຍແຮງຄອບງໍາເອົາແລ້ວປະກອບດ້ວຍມິດສາ

ທັມ ມະນຸດເຫຼົ່ານັ້ນກໍາໜັດແລ້ວດ້ວຍຄວາມກໍາໜັດຜິດທັມ ຖືກ

ຄວາມໂລບຢ່າງຮ້າຍແຮງຄອບງໍາເອົາແລ້ວ ປະກອບດ້ວຍມິດສາ

ທັມ ຕ່າງກໍມີສາດຕຣາອາວຸດອັນຄົມເຂົ້າຂ້າກັນ ແລະ ກັນ ເພາະສະ

ນັ້ນ ມະນຸດຈຶ່ງລົ້ມຕາຍເປັນສ່ວນຫຼວງຫຼາຍ.

ພຣາມ ! ແມ່ນຂໍ້ນີ້ກໍເປັນເຫດເປັນປັດໃຈ ເຄື່ອງເຮັດໃຫ້ມະນຸດ

ທຸກມື້ນີ້ໝົດໄປ ປາກົດວ່າມີໜ້ອຍ ແມ່ນບ້ານກໍບໍ່ເປັນບ້ານ ແມ່ນ

ນິຄົມກໍບໍ່ເປັນນິຄົມ ແມ່ນນະຄອນກໍບໍ່ເປັນນະຄອນ ແມ່ນຊົນນະ

ບົດ ກໍບໍ່ເປັນຊົນນະບົດ.

ພຣາມ ! ອີກປະການໜຶ່ງ ທຸກມື້ນີ້ ມະນຸດກໍາໜັດແລ້ວດ້ວຍຄວາມ

ກໍາໜັດຜິດທັມຖືກຄວາມໂລບຢ່າງຮ້າຍແຮງຄອບງໍາເອົາແລ້ວ

ປະກອບດ້ວຍມິດສາທັມ ມະນຸດເຫຼົ່ານັ້ນກໍາໜັດແລ້ວດ້ວຍຄວາມ

ກໍາໜັດຜິດທັມ ຖືກຄວາມໂລບຢ່າງຮ້າຍແຮງຄອບງໍາ ປະກອບ

ດ້ວຍມິດສາທັມ ຝົນກໍບໍ່ຕົກຕ້ອງຕາມລະດູການ ສະນັ້ນ ຈຶ່ງເກີດ

ທຸບພິກຂະໄພ ເຂົ້າກ້າເສຍຫາຍ ເປັນເພ້ຍ ບໍ່ໃຫ້ຜົນ ເພາະເຫດນັ້ນ

ມະນຸດຈຶ່ງລົ້ມຕາຍເປັນຈໍານວນຫຼວງຫຼາຍ.

ພຣາມ ! ແມ່ນຂໍ້ນີ້ກໍເປັນເຫດເປັນປັດໃຈ ເຄື່ອງເຮັດໃຫ້ມະນຸດ

ທຸກມື້ນີ້ໝົດໄປ ປາກົດວ່າມີໜ້ອຍ ແມ່ນບ້ານກໍບໍ່ເປັນບ້ານ ແມ່ນນິ

ຄົມກໍບໍ່ເປັນນິຄົມ ແມ່ນນະຄອນກໍບໍ່ເປັນນະຄອນ ແມ່ນຊົນນະບົດ

ກໍບໍ່ເປັນຊົນນະບົດ.

ພຣາມ ! ອີກປະການໜຶ່ງ ທຸກມື້ນີ້ ມະນຸດກໍາໜັດແລ້ວດ້ວຍຄວາມ

ກໍາໜັດຜິດທັມ ຖືກຄວາມໂລບຢ່າງຮ້າຍແຮງຄອບງໍາແລ້ວປະກອບ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ