ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
20
ມື ທຳລາຍຊີວິດເຊິ່ງກັນ ແລະ ກັນ ຄື: ກັບວ່າ ຂ້າປາ ຂ້າສັດທັງ
ຫລາຍ.
(ມີມະນຸດຫຼາຍຄົນ ບໍ່ເຂົ້າຮ່ວມສັດຖັນຕະຣະກັບດ້ວຍຄວາມຢ້ານ
ໄດ້ໜີໄປລີ້ຢູ່ໃນບ່ອນທີ່ພໍຈະລີ້ໄດ້ຕະຫຼອດ 7 ວັນ ແລ້ວກັບອອກ
ມາພົບກັນ ແລະ ກັນ ຍິນດີກອດກັນກ່າວແກ່ກັນ ແລະ ກັນ ໃນທີ່
ນັ້ນວ່າ ມີໂຊກດີໜໍທີ່ລອດມາໄດ້ ແລ້ວກໍຕົກລົງກັນ ໃນການເລີ່ມ
ຕົ້ນປະພຶດປະຕິບັດກັນໃໝ່ຕໍ່ໄປ ຊີວິດມະນຸດ ກໍຄ່ອຍຈະເລີນຂຶ້ນ
ຈາກ 10 ປີ ຕາມລຳດັບໆ ຈົນເຖິງສະໄໝ 8 ໝື່ນປີ ອີກເທື່ອໜຶ່ງ
ຈົນຮອດສະໄໝແຫ່ງສາດສະໜາຂອງ ພຣະພຸດທະເຈົ້າມີພຣະນາມ
ວ່າ: ເມດເຕີຍຍະສໍາມາສໍາພຸດທະ).
ຄາຖາທັມມະບົດ
« ວ່າດ້ວຍທັມທີ່ນໍາໄປສູ່ນະຣົກ
ຜູ້ມັກກ່າວຄໍາບໍ່ຈິງຍ່ອມເຂົ້າເຖິງນະຣົກ ຫຼື ເເມ່ນຜູ້ໃດເຮັດເເລ້ວ
ດ້ວຍເຈຕະນາ ເເລ້ວກ່າວວ່າ ຂ້ານ້ອຍບໍ່ໄດ້ເຮັດ ຄົນທັງສອງ
ຈໍາພວກນັ້ນ ຕ່າງເປັນຄົນມີກໍາຊົ່ວ ລະໂລກນີ້ໄປໃນໂລກໜ້າ
ຍ່ອມເປັນ ຜູ້ສະເໝີກັນ.
ສະຍາມຣັດ.ຂຸ.25/32/66. »








